ກອງປະຊູມ ປຶກສາຫາລືກ່ຽວກັບຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການ ຄສລ2 ໂດຍຜ່ານ ກປສ

Feb 6, 2017 | news

ໃນວັນທີ 6 ກຸມພາ 2017 ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດກອງປະຊູມປຶກສາຫາລືກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການ ຄສລ2 ໂດຍຜ່ານກອງທຶນປຶກປັກຮັກສາສິ່ງແວດລ້ອມ ໂດຍການເປັນປະທານຂອງ ທ່ານ ຄໍາປະດິດ ຄໍາມູນເຮືອງ, ຜູ້ອໍານວຍການ ກປສ ແລະ ທ່ານ ຄໍາພຸດ ພັນດານຸວົງ ຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍ ຫົວໜ້າໂຄງການ ແລະ ຜູ້ປະສານງານໂຄງການ, ຫົວໜ້າພະແນກ ແລະ ພະນັກງານວິຊາການຂອງ ກປສ ລວມທັງໝົດ 30 ທ່ານ.

ຈຸດປະສົງແມ່ນເພື່ອລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂອງແຕ່ລະໂຄງການ ແລະ ພ້ອມນັ້ນກໍ່ໄດ້ ສະເໜີແຜນກິດຈະກໍາປີ 2017 ພ້ອມປຶກສາຫາລືຂໍ້ຫຍຸ້ງຍາກ ແລະ ວິທີການແກ້ໄຂໃນການຈັດຕັ້ງປະຕິບັດຫວຽກງານໃນຕໍ່ໜ້າ ເຊິ່ງມີໂຄງການທີ່ເຂົ້າລາຍງານດັ່ງນີ້:

  • ໂຄງການ ສ້າງຄວາມອາດສາມາດດ້ານການຈັດຕັ້ງເພື່ອການຄຸ້ມຄອງປ່າສະຫງວນ ແລະ ອະນຸລັກສັດປ່າ, ກົມຄຸ້ມຄອງຊັບພະຍາກອນປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້
  • ໂຄງການ ສ້າງຄວາມເຂັ້ມແຂງໃຫ້ຂະແໜງພາສີໃນການຕ້ານການຄ້າຂາຍສັດປ່າ, ໄມ້ຜິດກົດໝາຍ, ເຄື່ອງປ່າຂອງດົງ ແລະ ການບັງຄັບໃຊ້ກົດໝາຍ, ກົມພາສີ, ກະຊວງການເງິນ
  • ໂຄງການ ສ້າງຄວາມອາດສາມາດໃຫ້ແກ່ກົມຕໍາຫຼວດສະກັດກັ້ນ-ຕ້ານອາຊະຍາກໍາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃນການປະຕິບັດ ກົດໝາຍສັດປ່າ ແລະ ການສະກັດກັ້ນ-ຕ້ານອາຊະຍາກໍາສິ່ງແວດລ້ອມໃນທົ່ວປະເທດ, ກົມຕໍາຫຼວດສະກັດກັ້ນ-ຕ້ານອາຊະຍາກໍາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ
  • ໂຄງການ ຜະລິດສື່ເພື່ອສະໜອງແກ່ການນໍາກ່ຽວກັບການຄຸ້ມຄອງປ່າໄມ້ສະຫງວນ ແລະ ສັດນໍ້າ-ສັດປ່າ, ກົມປະຊາສໍາພັນຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
  • ໂຄງການ ສ້າງຄວາມເຂັ້ມແຂງ ໃນການປະຕິບັດໃຊ້ກົດໝາຍສັດນໍ້າ-ສັດປ່າ, ກອງກວດກາປ່າໄມ້, ແຂວງ ບໍລິຄໍາໄຊ
  • ໂຄງການ ສ້າງຄວາມເຂັ້ມແຂງ ໃນການປະຕິບັດໃຊ້ກົດໝາຍສັດນໍ້າ-ສັດປ່າ, ກອງກວດກາປ່າໄມ້, ແຂວງ ຄໍາມ່ວນ
  • ໂຄງການ ສ້າງຄວາມເຂັ້ມແຂງ ໃນການປະຕິບັດໃຊ້ກົດໝາຍສັດນໍ້າ-ສັດປ່າ, ກອງກວດກາປ່າໄມ້, ແຂວງ ຫົວພັນ

[metaslider id=599]