ກອງປະຊຸມປຶກສາຫາລືກ່ຽວກັບໂຄງການ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການ ສິ່ງແວດລ້ອມ ແລະ ສັງຄົມ

Jan 27, 2017 | news

ໃນວັນທີ 27 ມັງກອນ 2017 ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການ ສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ( ຄສລ2) ໂດຍຜ່ານ ກປສ, ກອງປະຊຸມໃນຄັ້ງນີ້ແມ່ນໃຫ້ກຽດເປັນປະທານໂດຍ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະຮອງລັດຖະມົນຕີ, ບັນດາຫົວໜ້າ ກົມຕ່າງໆ ທີ່ຢູ່ພາຍໃນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກົມກອງ ທີ່ອ້ອມຂ້າງ ລວມທັງ ຜູ້ປະສານງານໂຄງການ ແລະ ວິຊາການທີ່ກ່ຽວຂ້ອງ ລວມທັງໝົດ 35 ທ່ານ.
ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອປຶກສາຫາລື ແລະ ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການທີ່ຢູ່ພາຍໃຕ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ລວມທັງ ກະຊວງ ແລະ ກົມກອງທີ່ອອ້ອມຂ້າງ ທີ່ໄດ້ຮັບທຶນສະໜັບສະໜູນ ເຊິ່ງມີດັ່ງນີ້:
• ກົມຊັບພະຍາກອນນໍ້າ, ກຊສ
• ກົມຄວບຄຸມມົນລະພິດ, ກຊສ
• ກົມສົ່ງເສີມຄຸນນະພາບ ແລະ ສິ່ງແວດລ້ອມ ແລະ ສັ່ງຄົມ, ກຊສ
• ສະຖາບັນຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ກຊສ
• ກົມແຜນການ ແລະ ການຮ່ວມມື, ກຊສ
• ກົມຈັດສັນ ແລະ ພັດທະນາທີ່ດິນ
• ສູນຂໍ້ມູນຂ່າວສານ
• ກົມການເງິນ
• ກົມຄຸ້ມຄອງຊັບພະຍາກອນປ່າໄມ້, ກກປ
• ອົງການຄຸ້ມຄອງ ແລະ ປົກປັກຮັກສາສິ່ງແວດລ້ອມ