ການຝຶກອົບຮົມກ່ຽວກັບການຄຸ້ມຄອງໂຄງການ ໃຫ້ໂຄງການຍ່ອຍ

Jun 2, 2020 | news, News

ໃນລະຫວ່າງ ວັນທີ 27 – 29 ພຶດ​ສ​ະ​ພາ 2020 ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ຈັດກອງປະຊຸມຝຶກອົບຮົມກ່ຽວກັບ ການຈັດຕັ້ງປະຕິບັດໂຄງການ ໃຫ້ແກ່ກົມນະໂຍບາຍ ແລະ ແຜນພະລັງງານ ແລະ ກົມສິ່ງແວດລ້ອມ, ໂດຍໃຫ້ກຽດເປັນປະທານຮ່ວມ ລະຫວ່າງ ທ່ານ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ທ່ານ ວິທູນລາບັນດິດ ທຸມມາບຸດ, ຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ. ມີຜູ້ເຂົ້າຮ່ວມທັງໝົດ 17 ທ່ານ ເຊິ່ງ​ເປັນ​ຍິງ 11 ທ່ານ.

ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອຍົກລະດັບຄວາມອາດສາມາດພະນັກງານ ເພື່ອຈັດຕັ້ງປະຕິບັດ ນະໂຍບາຍການພັດທະນາພະລັງງານໄຟຟ້ານໍ້າຕົກແບບຍືນຍົງ ໂດຍສຸມໃສ່ການຕິດຕາມກວດກາປະສິດທິພາບຂອງການແບ່ງປັນດ້ານຜົນປະໂຫຍດ ແລະ ການກະກຽມຍຸດທະສາດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສໍາລັບແຜນການພັດທະນາໂຄງການໄຟຟ້ານໍ້າຕົກ ທີ່ຫ້ອງປະຊຸມກົມນະໂຍບາຍ ແລະ ແຜນພະລັງງານ, ແນະນຳຂັ້ນຕອນຕ່າງໆໃນການຈັດຕັ້ງປະຕິບັດໂຄງການ. ນອກນັ້ນຍັງ ແນະນຳວິທີການເຮັດບົດລາຍງານ,ແຜນວຽກປະຈໍາປີ, ບົດສະຫລຸບ ແລະ ຕິດຕາມປະເມີນຜົນເວລາຈັດຕັ້ງປະຕິບັດໂຄງການ ເຊິ່ງກອງປະຊຸມດັ່ງກ່າວແມ່ນໄດ້ດໍາເນີນເປັນເວລາ 3 ວັນ ຄື:

ມື້ທີ 1  ກ່າວ​ຈຸດ​ປະ​ສົງ​ໃນ​ການ​ຝຶກອົບຮົມ, ພາບ​ລວມ​ກ່ຽວ​ກັບ​ອົງ​ປະ​ກອບ​ຂອງ​ 03 ໜ້າ​ວຽກ​ທີ່​ຕ້ອງ​​ຝຶກໂຄງ​ການ​ຍ່ອຍ (ຄຸ້ມຄອງໂຄງການ, ​ຈັດຊື້-ຈັດຈ້າງ ແລະ ການເງິນ) ຫຼັງຈາກນັ້ນແມ່ນ ທີມ​ງານຄຸ້ມ​ຄອງ​ໂຄງ​ການນຳ​ສະ​ເໜີ ວຽກງານຄຸ້ມຄອງໂຄງການ ເຊິ່ງໄດ້ຄົ້ນຄ້ວາ ແລະ ສົນທະນາກ່ຽວກັບການ​ຂຽນ​ແຜນ​ວຽກ-ແຜນ​ເງິນແຜນ​ປະ​ຈຳ​ໄຕ​ມາດ ແລະ ປະ​ຈຳ​ປີ (AWPB), ແນະນຳກອບຜົນໄດ້ຮັບ ແລະ ວິທີຄິດໄລ່ຕົວຊີ້ວັດ, ການ​ຄິດ​ໄລ່​ກ່ຽວ​ກັບ ດັດ​ຊະ​ນີ​ຄວາມ​ອາດ​ສາ​ມາດ (FCI), ການອັບ​ເດດບົດສະຫຼຸບຫຍໍ້ໂຄງການ (project brief update), ການ​ຂຽນ​ບົດ​ລາຍ​ງານ ປະ​ຈຳ​ໄຕ​ມາດ, ປະ​ຈຳ​ງວດ ແລະ ປະຈຳປີ.

ມື້ທີ 2 ລົງເລິກກ່ຽວກັບວຽກງານການເງິນ, ຈຸດປະສົງໃນການຄຸ້ມຄອງການເງິນ, ການຂື້ນແຜນ ແລະ ການຕິດຕາມ ງົບປະມານ, ການຂໍຄ່ຽນເງິນ, ການລາຍງານການເງິນ, ການປະກອບເອກະສານລາຍຈ່າຍ, ການຕິດຕາມຊັບສິນ, ການກວດສອບ ແລະອື່ນໆ ທີ່ກ່ຽວຂ້ອງ,

ມື້ທີ 3 ແມ່ນວຽກງານຈັດຊື້-ຈັດຈ້າງ ໄດ້ສົນທະນາ ແລະ ແນະນໍາກ່ຽວກັບການປະມູນສົມທຽບລາຄາກ່ຽວກັບວຽກກໍ່ສ້າງ, ການຈັດຈ້າງທີ່ປຶກສາ ແລະ ການ​ຄຸ້ມ​ຄອງ​ຊັບ​ສິນ​.

ຫຼັງຈາກນັ້ນ ກໍ່ໄດ້ສະຫຼຸບລວມ ແລະ ຖອດຖອນບົດຮຽນ ຝຶກອົບຮົມຕະຫຼອດ 3 ວັນທີ່ຜ່ານມາເຫັນວ່າຜູ້ເຂົ້າຮ່ວມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບໜ້າວຽກຕ່າງໆຕາມຄາດໝາຍທີ່ວາງໄວ້. ການຝຶກອົບຮົມໃນຄັ້ງນີ້ ແມ່ນຊ່ວຍໃຫ້ໂຄງການທີ່ໄດ້ຮັບການສະໜັບສະໜູນ ຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ທີ່ໄດ້ຮັບທຶນພາຍ​ໃຕ້ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ແລະ ນໍາເອົາບົດຮຽນໄປຈັດຕັ້ງປະຕິບັດໂຄງການຂອງຕົນ ແລະ ເພື່ອຊ່ວຍໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນດີຂື້ນ.

[Best_Wordpress_Gallery id=”77″ gal_title=”270520″]