ກິດຈະກຳ ປຸກຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມ ໃຫ້ນ້ອງນັກຮຽນ

Mar 26, 2019 | news

ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໄດ້​ຈັດ​ກິດຈະກຳ​ປູກ​ຈິດ​ສຳນຶກ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໃຫ້​ນ້ອງ​ນັກຮຽນ ຢູ່​ໂຮງຮຽນ​ປະຖົມ​ສົມ​ບູນ-ມັດທະຍົມ​ຕອນ​ຕົ້ນສິນ​ໄຊ ນະຄອນຫລວງ​ວຽງ​ຈັນ ​ໃນ​ວັນ​ທີ 21 ມີນາ 2019 ນີ້, ນໍາພາໂດຍ ​ທ່ານ ຄຳ​ປະດິດ ຄຳ​ມູນ​ເຮືອງ ຫົວໜ້າ​ຫ້ອງການ​ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ແລະ ທ່ານ ​ນາງ ອາລີ ພົນ​ເສນາ ຜູ້ອຳນວຍການ​ໂຮງຮຽນ​ດັ່ງກ່າວ ພ້ອມ​ດ້ວຍ​ນ້ອງ​ນັກຮຽນ ແລະ ພະນັກງານ ກອງທຶນປົກປັກຮັກສາສິ່ງແວດລ້ອມ.

ຈຸດປະສົງຂອງການຈັດກິດຈະກຳ​ປູກ​ຈິດ​ສຳນຶກ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໃນ​ຄັ້ງ​ນີ້, ​ແນ​ໃສ່ ເຮັດໃຫ້ນ້ອງ​ນັກຮຽນ ມີຄວາມຮັບຮູ້, ທັກສະ, ທັດສະນະຄະຕິ ທີ່ດີຕໍ່ສິ່ງແວດລ້ອມ ແລະ ຮູ້ຄຸນຄ່າຂອງສິ່ງແວດລ້ອມ ຫລາຍ​ຂຶ້ນ, ທັງ​ເປັນ​ການ​ປູກ​ຈິດ​ສຳນຶກ​ໃຫ້​ນ້ອງ​ນັກຮຽນ ເຂົ້າຮ່ວມຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ໃນການຄຸ້ມຄອງ ສິ່ງແວດລ້ອມ ແບບຍືນຍົງ, ແນໃສ່ປົກປັກຮັກສາ ສິ່ງແວດລ້ອມ ແລະ ອະນຸລັກຊັບພະຍາກອນ ທຳມະຊາດ ເພື່ອການພັດທະນາທີ່ໝັ້ນຄົງ ແລະ ເຮັດໃຫ້ຊີວິດ ການເປັນຢູ່ ຂອງໝົດທຸກຄົນດີຂຶ້ນ​ເທື່ອ​ລະ​ກ້າວ, ​ການປົກປັກຮັກສາສິ່ງແວດລ້ອມ ແມ່ນວຽກງານໜຶ່ງທີ່ສຳຄັນ ເຊິ່ງພັກ-ລັດຖະບານ ຍາມໃດກໍ່ຊີ້ນຳໃຫ້ເອົາໃຈໃສ່ ຢ່າງເປັນປົກກະຕິຕໍ່ເນື່ອງ ໃຫ້ມີຄວາມຍືນຍົງ ໃນການນຳໃຊ້ ຊັບພະຍາກອນທຳມະຊາດໃຫ້ມີປະສິດທິຜົນ. ພ້ອມດຽວກັນນັ້ນ ກໍໄດ້ມີນະໂຍບາຍ ຊຸກຍູ້ສົ່ງເສີມ ການສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ໃຫ້ແກ່ຄົນລຸ້ນໜຸ່ມນ້ອຍເຍົາວະຊົນ ຢ່າງຕໍ່ເນື່ອງ.

ໃນ​ການ​ຈັດ​ກິດຈະກຳ​ໃນ​ຄັ້ງ​ນີ້, ໄດ້​ມີ​ຫລາຍ​ກິດຈະກຳທີ່​ໜ້າ​ສົນ​ໃຈ ​ເປັນ​ຕົ້ນ ການ​ສະ​ແດງ​ລະຄອນ​ເວທີ ທີ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຜົນ​ຮ້າຍ-ຜົນ​ເສຍ​ ຂອງ​ການ​ຕັດ​ໄມ້​ທຳລາຍ​ປ່າ, ການ​ລ່າ​ສັດ, ລວມໄປເຖິງການທໍາລາຍສິ່ງແວດລ້ອມໃນສັງຄົມ ຖາມ​-ຕອບ​ຄຳ​ຖາມ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ອື່ນໆ. ​ເຊິ່ງໄດ້​ສ້າງ​​ຄວາມ​ຮູ້ ແລະ ຄວາມມ່ວນຊື່ນ ​ແກ່​ນ້ອງ​ນັກຮຽນ ຢ່າງ​ຄຶກຄື້ນ ທັງ​ເປັນ​ເວທີ​ສະ​ແດງ​ຄວາມ​ສາມາດ, ກ້າ​ຄິດ, ກ້າສະ​ແດງ​ອອກ ຂອງ​ນ້ອງ​ນັກຮຽນ​ ອີກ​ດ້ວຍ.

[Best_Wordpress_Gallery id=”43″ gal_title=”sinxay”]