ຝຶກອົບຮົມໃຫ້ຄວາມຮູ້ຄວາມສຳຄັນກຽ່ວກັບການຍ້ອມສີທຳມະຊາດ ເພື່ອຫຼຸດຜ່ອນການນໍາໃຊ້ສານເຄມີຍ້ອມສີ

May 9, 2022 | News

ໃນລະຫວ່າງ ວັນທີ 4 – 6 ພຶດສະພາ 2022 ນີ້, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບກອງທຶນປົກປັກຮັກສາສິ່ງ ແວດລ້ອມ ໄດ້ຈັດຊຸດຝຶກອົບຮົມໃຫ້ຄວາມຮູ້ຄວາມ ສຳຄັນກຽ່ວກັບການຍ້ອມສີທຳມະຊາດ ເພື່ອຫຼຸດຜ່ອນການນໍາໃຊ້ສານເຄມີຍ້ອມສີ ຂື້ນ, ຢູ່ທີ່ ຫ້ອງປະຊຸມຂອງສະຫະພັນແມ່ຍິງແຂວງ ຫົວພັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ສວຍເພັດ ທອງສົມບັດ, ກໍາມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ ແລະ ທ່ານ ນາງ ດາວວອນ ສີເມືອງວົງ, ຮອງຫົວໜ້າສູນຂໍ້ມູນຂ່າວສານ ແລະ ຫໍມູນເຊື້ອແມ່ຍິງລາວ, ໃຫ້ກຽດເປັນວິທະຍາກອນໂດຍ ຮສ ປອ ນາງ ສົມຈັນ ພັນບຸນມີ, ຮອງອະທິການບໍດີ, ມະຫາວິທະຍາໄລແຫ່ງຊາດ ແລະ ຄູຝຶກຈາກສູນກາງສະຫະພັນແມ່ຍິງລາວ, ນະຄອນຫຼວງວຽງຈັນ ແລະ ສະຫະພັນແມ່ຍິງແຂວງຫົວພັນ, ນັກສໍາມະນາກອນມາຈາກສະຫະພັນແມ່ຍິງແຂວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຫ້ອງການສະຫະພັນແມ່ຍິງເມືອງຊໍາເໜືອ, ຫ້ອງການຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການກະສິກຳ ແລະ ປ່າໄມ້, ຫ້ອງການອຸດສາຫະກຳ ແລະ ການຄ້າແຂວງ ເຂົ້າຮ່ວມທັງໝົດ 33 ທ່ານ, ຊາຍ 03 ທ່ານ.
ຊຸດຝຶກອົບຮົມຄັ້ງນີ້ໄດ້ຮັບຟັງການນຳສະໜີຄວາມອັນຕະລາຍຈາກການນຳໃຊ້ສານເຄມີ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ການດຳລົງຊີວິດຂອງປະຊາຊົນ, ຄວາມສຳຄັນຂອງການຍ້ອມສີທຳມະຊາດເພື່ອສົ່ງເສີມ ແລະ ປູກຈິດສຳນຶກໃຫ້ປະຊາຊົນຫັນມານຳໃຊ້ສີທຳມະຊາດ, ຄວາມຮູ້ເບື້ອງຕົ້ນກຽ່ວກັບພືດທີ່ໃຫ້ສີທຳມະຊາດ ແລະ ສົ່ງເສີມໃຫ້ປະຊາຊົນປູກພືດທົດແທນ ແລະ ສ້າງຄູ່ມືກຽ່ວກັບການສົ່ງເສີມການນຳໃຊ້ສີທຳມະຊາດ ເພື່ອຫຼຸດຜ່ອນສານເຄມີຍ້ອມສີພ້ອມກັນນີ້ ຍັງໄດ້ແບ່ງກຸ່ມຈັດກິດຈະກໍາ ແລະ ສາທິດການຍ້ອມສີທໍາມະຊາດ ຢູ່ທີ່ສູນຝຶກອົບຮົມວິຊາຊີບຂອງສະຫະພັນແມ່ຍິງແຂວງອີກດ້ວຍ.