ພິທີເຊັນສັນຍາສະໜອງທຶນ 2 ໂຄງການ

Jul 6, 2020 | News

ຕອນເຊົ້າ ວັນທີ 2 ກໍລະກົດ 2020 ໄດ້ມີພິທີເຊັນສັນຍາ ສະໜອງທຶນ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ແລະ ຜູ້ຮັບທຶນຈາກ ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລວມທັງໝົດ 2 ໂຄງການ ລວມມູນຄ່າທັງໝົດ 800,000,000 ກີບ ພິທີດັ່ງກ່າວ ແມ່ນໄດ້ຈັດຂື້ນທີ່ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ໂດຍ ທ່ານ ພູວົງ ຫຼວງໄຊຊະນະ, ຫົວໜ້າກົມແຜນການ ແລະ ການເງິນ, ກະຊວງ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ບັນດາຫົວໜ້າກົມ ແລະ ຮອງກົມ ຈາກ ກົມກອງທີ່ກ່ຽວຂ້ອງ ລວມໄປເຖິງ ຄະນະຊີ້ນໍາໂຄງການ ແລະ ຫົວໜ້າໂຄງການເຂົ້າຮ່ວມເປັນສັກຂີພິຍານ ລວມທັງໝົດປະມານ 15 ທ່ານ.
ໃນພິທີເຊັນສັນຍາດັ່ງກ່າວແມ່ນໃຫ້ກຽດລົງນາມເຊັນສັນຍາໂດຍ ນາງ ພັກກາວັນ ພິດສະໄໝ, ວ່າການຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ) ຕາງໜ້າຜູ້ຮັບທຶນ ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້ ແລະ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ, ຮອງຫົວໜ້າກົມສິ່ງແວດລ້ອມ.
ໂຄງການທີ 1: ໂຄງການແກ້ໄຂບັນຫາຂໍ້ຂັດແຍ່ງລະຫວ່າງຄົນກັບຊ້າງປ່າ
ງົບປະມານ 700,000,000 ກີບ
ພື້ນທີ່ໂຄງການຢູ່ ແຂວງວຽງຈັນ (ເມືອງເຟືອງ) ແລະ ແຂວງ ອຸດົມໄຊ (ເມືອງຫຼາ ແລະ ເມືອງນາໝໍ້) ຂອງພະແນກຄຸ້ມຄອງສັດນໍ້າ ແລະ ສັດປ່າ, ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້
ຈຸດປະສົງ: ເພື່ອສ້າງຄວາມເຂົ້າໃຈ, ຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການຂັ້ນທ່ອງຖິ່ນ, ຊົນຊຸມໃນການແກ້ໄຂບັນຫາ ຂໍ້ຂັດແຍ່ງ ລະຫ່ວາງ ຄົນ ກັບ ຊ້າງປ່າ ໂດຍ ໃຫ້ປະຊາຊົນເປັນເຈົ້າການໃນການການຄຸ້ມຄອງ, ປົກປັກຮັກສາຊັບພະຍາກອນທຳມະຊາດ ໂດຍສະເພາະ ແມ່ນຊ້າງປ່າ ໃຫ້ມີຄວາມຍືນຍົງ.
ກິດຈະກຳ:
1) ສ້າງຕັ້ງທິມງານ ແກ້ໄຂຂໍ້ຂັດແຍ່ງ ນັບແຕ່ຂັ້ນສູນກາງ ໂດຍໄດ້ຮັບການອະນຸມັດຈາກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້; ຂັ້ນແຂວງ ໂດຍໄດ້ຮັບການອະນຸມັດຈາກ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ; ຂັ້ນເມືອງ ໂດຍໄດ້ຮັບການອະນຸມັດຈາກ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ແລະ ຂັ້ນບ້ານ ໂດຍໄດ້ຮັບການອະນຸມັດຈາກອົງການປົກຄອງບ້ານ;
2) ເກັບກຳເສດຖະເສດສັງຄົມ ບ້ານເປົ້າໝາຍ
3) ເກັບກໍາຂໍ້ມູນພື້ນທີ່ ທີ່ໄດ້ຮັບຜົນກະທົບ ແລະ ເສັ້ນທາງຂອງຊ້າງ ໂດຍສະເພາະ ເຂດຊ້າງປ່າອາໄສຢູ່ ແລະ ບ້ານທີ່ມີຜົນກະທົບໂດຍກົງ ຈາກຊ້າງປ່າ;
4) ສຳຫຼວດຖີ່ນທີ່ຢູ່ອາໃສ່ຂອງຊ້າງປ່າ
5) ສ້າງລະບຽບບ້ານ ໃນການຄຸ້ມຄອງຊ້າງປ່າ
6) ສ້າງຫໍຍາມເທິງຕົ້ນໄມ້ເພື່ອເຝົ້າລະວັງຂອບເຂດຈຸດທີ່ມີຄວາມສ່ຽງຕໍ່ການທໍາລາຍຂອງຊ້າງປ່າ;
7) ການສ້າງຄອງ ເພື່ອເປັນແລວປ້ອງກັນຊ້າງປ່າ ໃນຂອບເຂດຈຸດ ທີ່ມີຄວາມສ່ຽງຕໍ່ການທໍາລາຍຂອງຊ້າງປ່າ;
8) ການເຮັດຮົ້ວໝາກເຜັດໃນຂອບເຂດຈຸດ ທີ່ມີຄວາມສ່ຽງຕໍ່ການທໍາລາຍຂອງຊ້າງປ່າ;
9) ການສ້າງສັນຍານເຕືອນໄຟໃນຂອບເຂດຈຸດທີ່ມີຄວາມສ່ຽງຕໍ່ການທໍາລາຍຂອງຊ້າງປ່າ.
10) ປຶ້ມຄູ່ມືສຳລັບຊຸມຊົນ
ກຳນົດເວລາຈັດຕັ້ງປະຕິບັດ: 2 ປີ
ຜົນໄດ້ຮັບຂອງໂຄງການ
• ມີພະນັກງານ ຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງ ຈໍານວນ 50 ທ່ານ ໄດ້ຮັບການຝຶກອົບຮົມ ແລະ ມີຄວາມເຂັ້ມແຂງໃນການແກ້ໄຂບັນຫາຂໍ້ຂັດແຍ່ງລະຫວ່າງຄົນກັບຊ້າງປ່າ;
• ມີປະຊາຊົນ ຈໍານວນ 25 ບ້ານ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບການອະນຸລັກຊ້າງປ່າ ແລະ ເຕັກນິກວິທີການປ້ອງກັນຊ້າງ ທີ່ເຂົ້າມາທຳລາຍ ຊັບສິນ ແລະ ຜົນຜະລິດ ເຮັດໃຫ້ຄົນກັບຊ້າງປ່າຢູ່ຮ່ວມກັນໄດ້;
• ມີລະບຽບຂັ້ນບ້ານ ໃນການຄຸ້ມຄອງຊ້າງປ່າ ຈໍານວນ 25 ສະບັບ ໂດຍຢັ້ງຢືນຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ;
• ມີຄູ່ມື ເຕັກນິກວິທີການການປ້ອງກັນ ແລະ ການແກ້ໄຂບັນຫາຂໍ້ຂັດແຍ່ງລະຫວ່າງຄົນກັບຊ້າງປ່າ 01 ສະບັບ.

ໂຄງການທີ 2: ໂຄງການສົ່ງເສີມ ແລະ ສະໜັບສະໜູນໃນການສ້າງສວນພຶກສາສາດ
ງົບປະມານ 100,000,000 ກີບ
ພື້ນທີ່ໂຄງການທີ່ໂຮງຮຽນມັດທະຍົມສົມບູນ ບ້ານນາຊອນ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ
ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ຈຸດປະສົງ: ເພື່ອສົ່ງເສີມ ແລະ ສະໜັບສະໜູນໃນການສ້າງສວນພຶກສາສາດ ເພື່ອໃຫ້ມີຄວາມຍືນຍົງທາງດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ກິດຈະກຳ: ຕິດຕັ້ງລະບົບໄຟຟ້າ, ຕິດຕັ້ງລະບົບນໍ້າປະປາ ແລະ ຕິດຕາມກິດຈະກຳການປູກພືດໃນສວນ ພຶກສາສາດ
ກຳນົດເວລາ ການຈັດຕັ້ງປະຕິບັດ: 1 ປີ
ຜົນໄດ້ຮັບຂອງໂຄງການ
ສາມາດສະໜອງໄຟຟ້າ, ນໍ້າປະປາ ເຂົ້າໃນການກໍ່ສ້າງສວນໃຫ້ສໍາລັດທັນເວລາທີ່ກໍານົດໄວ້;
ພາຍຫຼັງສໍາເລັດໂຄງການແລ້ວ ໄຟຟ້າ ແລະ ນ້ຳປະປາ ແມ່ນນໍາໃຊ້ເຂົ້າໃນພື້ນທີ່ຂອງສວນພຶກສາສາດເປັນປົກກະຕິ ແລະ ທັງເປັນການປົກປັກຮັກ ສາຊີວະນາໆພັນ ແລະ ການສຶກສາຄົ້ນຄ້ວາຕ່າງໆໃນສວນພຶກສາສາດ
[Best_Wordpress_Gallery id=”90″ gal_title=”010720″]