ພິທີເຊັນສັນຍາສົ່ງເສີມບົດບາດຍິງຊາຍ

Dec 22, 2020 | News

ໃນຕອນບ່າຍຂອງ ວັນທີ 29 ຕຸລາ 2020 ເວລາ 14:30 ໂມງ ທີ່ຫ້ອງການກອງທຶນປົກປັກຮັກສິ່ງແວດລ້ອມ ໄດ້ຈັດກອງພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ການຈັດຕັ້ງປະຕິບັດວຽກງານ ສົ່ງເສີມບົດບາດຍິງ-ຊາຍ ເພື່ອເປັນການຊຸກຍູ້ການຮ່ວມມືສອງຝ່າຍ ໃນການປະກອບສ່ວນເຂົ້າໃນການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງຍົກລະດັບ ຄວາມຮູ້ ຄວາມສາມາດ ໃນວຽກງານ ບົດບາດຍິງ-ຊາຍ ແລະ  ການມ​ີ​ສ່ວນ​ຮ່ວມ​ໃນ​ສັງ​ຄົມ ຕິດພັນກັບການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ແມ່ຍິງພາຍໃນ ກຊສ ລະຫວ່າງ ຫ້ອງການກອງທຶນປົກປັກຮັກສິ່ງແວດລ້ອມ ແລະ ສະຫະພັນແມ່ຍິງ ກຊສ.

ໃນພິທີເຊັນສັນຍາດັ່ງກ່າວແມ່ນໃຫ້​ກຽດ​ລົງ​ນາມ​​ເຊັນສັນຍາໂດຍ ນາງ ພັກກາວັນ ພິດສະໄໝ, ວ່າການຫົວໜ້າຫ້ອງການ ກອງ​ທຶນປົກປັກຮັກສາ​ສິ່ງ​ແວດ​ລ້ອມ ແລະ ທ່ານ ນາງ ທອງຈັນ ອະຄະມາເຂດ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກຊສ ພ້ອມດ້ວຍ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມເປັນສັກຂີພະຍານ ລວມທັງໝົດ 20 ທ່ານ.

[robo-gallery id=7448]