ພີທີເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືໃນການສົ່ງເສີມປຸກຈິດສໍານຶກ ແລະ ໂຄສະນາເຜີຍແຜ່ ກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ

May 20, 2022 | News

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມື ລະຫວ່າງ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

*************************************

ໃນຕອນບ່າຍຂອງວັນທີ 18 ພຶດສະພາ 2022 ທີ່ຫ້ອງປະຊຸມຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ຫກປສ) ໄດ້ຈັດພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ການຮ່ວມມື ໃນການສົ່ງເສີມ ປຸກຈິດສໍານຶກ ແລະ ໂຄສະນາເຜີຍແຜ່ ກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຍືນຍົງ ລະຫວ່າງ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍການເຂົ້າຮ່ວມເປັນສັກຂີພະຍານ ຂອງ ທ່ານ ນາງ ພັກກາວັນ ພິດສະໄໝ, ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ຊຶ່ງຕາງໜ້າເຊັນບົດບັນທຶກໂດຍ ທ່ານ ປອ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ທ່ານ ນາງ ແສງໂສດາ ວັນທານຸວົງ, ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ  ພ້ອມດ້ວຍວິຊາການຂອງທັງສອງຝ່າຍ ເຂົ້າຮ່ວມ.

 

ຈຸດປະສົງຂອງການເຊັນບົດບັນທຶກໃນຄັ້ງນີ້ ແມ່ນເພື່ອຊຸກຍູ້ການຮ່ວມມືສອງຝ່າຍ ໃນການແລກປ່ຽນບົດຮຽນ ແລະ ປະສົບການໃນການ ຈັດຕັ້ງປະຕິບັດວຽກງານ ປົກປັກຮັກສາສິ່ງແວດລ້ອມ  ພ້ອມທັງເຊື່ອມໂຍງການຮ່ວມມືກັບ ພາກສ່ວນອື່ນໆ ເພື່ອເສີມຂະຫຍາຍວຽກງານດັ່ງກ່າວໃຫ້ກວ້າງຂວາງ ໂດຍສະເພາະແມ່ນການຈັດກິດຈະກໍາໂຄສະນາເຜີຍແຜ່ ແລະ ປຸກຈິດສໍານຶກ ວຽກງານດັ່ງກ່າວ ໃຫ້ ເຍົາວະຊົນ ແລະ ນັກຮຽນ ໄດ້ຮູ້ ແລະ ເຂົ້າໃຈກ່ຽວກັັບການປົກປັກຮັກສາສິ່ງແວດລ້ອມ.