ມະຕິກອງປະຊຸມໃຫຍ່ຄັ້ງທີ I ຄະນະພັກຮາກຖານ ກົມແຜນການ ແລະ ການເງິນ

Aug 27, 2020 | news

ກອງປະຊຸມໃຫຍ່ ຄະນະພັກຮາກຖານ ກົມແຜນການ ແລະ ການເງິນ ຄັ້ງທີ I ໄດ້ໄຂຂື້ນໃນຕອນບ່າຍ ຂອງວັນທີ 24 ສິງຫາ  2020 ແລະ ດໍາເນີນເປັນເວລາ ເຄິ່ງວັນ,  ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 9 ສະຫາຍ, ເຊິ່ງແມ່ນຕົວແທນສະມາຊິພັກ ຈາກໜ່ວຍພັກ ພະແນກສັງລວມ, ໜ່ວຍພັກ ພະແນກແຜນການ ແລະ ການຮ່ວມມື, ໜ່ວຍພັກ ພະແນກງົບປະມານ ແລະ ລາຍຮັບວິຊາການ, ໜ່ວຍພັກ ພະແນກຄຸ້ມຄອງໂຄງການ ແລະ ໜ່ວຍພັກ ພະແນກບັນຊີ.  ແຂກຖືກເຊີນຈໍານວນ: 23 ສະຫາຍ, ຍິງ: 5 ສະຫາຍ,  ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມ ຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປ ດ້ວຍບັນຍາກາດຟົດຟື້ນ ແລະ ສຳເລັດ ຕາມຈຸດປະສົງທີ່ວາງໄວ້.

ກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກຮາກຖານ ກົມແຜນການ ແລະ ການເງິນ ໄດ້ລົງປະຊາມະຕິ ເປັນເອກະສັນກັນຮັບຮອງ ເອົາບັນດາເນື້ອໃນ ແລະ ບັນຫາທີ່ສຳຄັນ ດັ່ງລຸ່ມນີ້:

  1. ກອງປະຊຸມໄດ້ຮັບຮອງເອົາ ບົດລາຍງານການເມືອງຂອງຄະນະພັກຮາກຖານ ກົມແຜນການ ແລະ ການເງິນ, ຊຶ່ງເປັນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງຄະນະພັກຮາກຖານ ໃນໄລ​ຍະຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ປີ(2021-2025);
  2. ຮັບຮອງເອົາ ບົດສໍາຫຼວດການນໍາພາລວມ ຂອງຄະນະພັກຮາກຖານ, ເຊິ່ງໄດ້ຕີລາຄາສູງ ຕໍ່ການເອົາໃຈໃສ່ ສຶກສາອົບຮົມນໍາພາສະມາຊິກພັກ, ເຕົ້່າໂຮມຄວາມສາມັກຄີພາຍໃນ, ເອົາໃຈໃສ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີປະສິດທິພາບ ແລະ ສໍາເລັດຜົນເປັນຢ່າງດີ;
  3. ຜູ້ແທນກອງປະຊຸມໄດ້ພ້ອມກັນ ໃຊ້ສິດໃຊ້ປະຊາທິປະໄຕຂອງຕົນ ປ່ອນບັດເອົາຄະນະພັກຮາກຖານຊຸດໃໝ່ ໃນຈໍານວນບຸກຄະລະກອນເຂົ້າຮັບສະໝັກເລືອກຕັ້ງ: 7 ສະຫາຍ, ຍິງ 2 ສະຫາຍ ຄື:
  • ສະຫາຍ ພູວົງ ຫຼວງໄຊຊະນະ;
  • ສະຫາຍ ນ. ຄຳຟອງ ໂສຕາປະເສີດ;
  • ສະຫາຍ ນ. ພັກກາວັນ ພິດສະໄໝ;
  • ສະຫາຍ ສຸກສະໝອນ ປະຖັມມະວົງ;
  • ສະຫາຍ ສຸນະເດດ ສຸກຈະເລີນ;
  • ສະຫາຍ ວິລະນະ ສອນນະສິນ;
  • ສະຫາຍ ບົວລົມພອນ ຄຳວົງສາ.

ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປ່ອນບັດເລືອກເອົາ: 05 ສະຫາຍ, ເພື່ອເປັນຄະນະພັກຮາກຖານ ກົມແຜນການ ແລະ ການເງິນ ຊຸດໃໝ່.

  1. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະພັກຮາກຖານ ກົມແຜນການ ແລະ ການເງິນ ຊຸດໃໝ່, ຊຶ່ງມີການເຂົ້້າຮ່ວມຂອງສະຫາຍ ເລຂາຄະນະພັກກະຊວງ, ຄະນະຮັບຜິດຊອບຊີ້ນໍາການດໍາເດີນກອງປະຊຸມໃຫຍ່, ຕາງໜ້າອະນຸກໍາມະການບຸກຄະລາກອນ ໄດ້ເປັນເອກະພາບແບ່ງຄວາມຮັບຜິດຊອບຄື:
  • ສະຫາຍ ພູວົງ ຫຼວງໄຊຊະນະ ເປັນເລຂາຄະນະພັກຮາກຖານ;
  • ສະຫາຍ ນ. ຄຳຟອງ ໂສຕາປະເສີດ  ເປັນຮອງເລຂາຄະນະພັກຮາກຖານ, ເປັນປະທານກວດກາ;
  • ສະຫາຍ ນ. ພັກກາວັນ ພິດສະໄໝ  ເປັນກໍາມະການຄະນະພັກຮາກຖານ;
  • ສະຫາຍ ວິລະນະ ສອນນະສິນ ເປັນກໍາມະການຄະນະພັກຮາກຖານ;
  • ສະຫາຍ ບົວລົມພອນ ຄຳວົງສາ ເປັນກໍາມະການຄະນະພັກຮາກຖານ;
  1. ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ເລືອກເອົາຜູ້ແທນສົມບູນ ຈໍານວນ: 18 ສະຫາຍ ແລະ ສໍາຮອງ: 04 ສະຫາຍ, ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະບໍລິຫານງານພັກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ດັ່ງມີລາຍຊື່ລະອຽດລຸ່ມນີ້:
  2. ຜູ້ແທນສົມບູນ: 18 ສະຫາຍ:
  • ສະຫາຍ ນ. ຄຳຟອງ ໂສຕາປະເສີດ;
  • ສະຫາຍ ນ. ພັກກາວັນ ພິດສະໄໝ;
  • ສະຫາຍ ທອງສຸກ ສິງຈັນທາ;
  • ສະຫາຍ ສຸກສະໝອນ ປະຖັມມະວົງສ໌;
  • ສະຫາຍ ພອນສະໄໝ ສີເຮືອງໄຊ;
  • ສະຫາຍ ນ. ອ່ອຍພູທອງ ບານສິງນິນ;
  • ສະຫາຍ ຖາວອນ ລັດຕະນະ;
  • ສະຫາຍ ພັນດາລີ ແກ້ວພິລາວັນ;
  • ສະຫາຍ ສຸກວິໄລ ວິລາວົງ;
  • ສະຫາຍ ບົວລົມພອນ ຄຳວົງສາ;
  • ສະຫາຍ ສຸນະເດດ ສຸກຈະເລີນ
  • ສະຫາຍ ວິລະນະ ສອນນະສິນ;
  • ສະຫາຍ ຈັນພະລັງສີ ປະທຳມະວົງສາ;
  • ສະຫາຍ ບຸນປະກອນ ພົງພິຈິດ;
  • ສະຫາຍ ນ. ມະໄລທອງ ແກ້ວໂຍທີ;
  • ສະຫາຍ ວິໄລສັກ ບຸນທະວີ;
  • ສະຫາຍ ຄຳພວງ ຄຳມູນຕີ;
  • ສະຫາຍ ພະໄທຈິດ ພອນວັນທາ;
  1. ຜູ້ແທນສໍາຮອງ: 04 ສະຫາຍ
  • ສະຫາຍ ນ. ຄຳສະໄໝ ອ່ອນດາວົງ
  • ສະຫາຍ ນ. ຄຳເຝືອ ບຸດປະເສີດ
  • ສະຫາຍ ທະນົງໄຊ ແກ້ວໂຍທີ
  • ສະຫາຍ ນ. ມະນີວອນ ບຸບຜາຄຳ
  1. ກອງປະຊຸມໃຫຍ່ ໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຂອງ ສະຫາຍ ສົມມາດ ພົລເສນາ ກໍາມະການສູນກາງພັກ, ເລຂາຄະນະພັກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານການຊີ້ນໍາ-ນໍາພາ ຂອງຄະນະພັກຮາກຖານທີ່ຍາດມາໄດ້ ໃນໄລຍະຜ່ານມາ, ເຊິ່ງຜົນງານດັ່ງກ່າວ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ I  ຂອງຄະນະພັກກະຊວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ສະຫາຍຍັງສະແດງຄວາມເປັນຫ່ວງເປັນໄຍ, ໃຫ້ທິດຊີ້ນໍາ ແລະ ຕັກເຕື່ອນ ຕໍ່ຄະນະພັກຮາກຖານ ເພື່ອເປັນເຂັມທິດເຍືອງທາງ ແລະ ເປັນການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ ພະນັກງານ ໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໜັ້ນຕໍ່ການຊີ້ນໍາ-ນໍາພາ ຂອງຄະນະພັກແຕ່ລະຂັ້ນ ເຮັດໃຫ້ຄະນະພັກຮາກຖານ ກົມແຜນການ ແລະ ການເງິນ ມີພື້ນຖານການເມືອງທີ່ໜັກແໜ້ນ, ມີຄວາມສະຫງົບ, ສະມາຊິກພັກ, ພະນັກງານ ມີຄວາມຫ້າວຫັນໃນການປະຕິບັດພາລະບົດບາດຂອງຕົນ, ໃນການເປັນເສນາທິການ ຂອງອົງຄະນະພັກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບວຽກງານແຜນການ ແລະ ການເງິນ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ  I  ໃຫ້ສໍາເລັດດ້ວຍດີ.
  2. ກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ I ຄະນະພັກຮາກຖານ ກົມແຜນການ ແລະ ການເງິນ ພ້ອມທັງຮຽກຮ້ອງ ມາຍັງສະມາຊິກພັກ-ພະນັກງານ ທຸກສະຫາຍ ພາຍໃນຄະນະພັກຮາກຖານ ກຜງ, ຈົ່ງພ້ອມກັນຈັດຕັ້ງປະຕິບັດ ທິດທາງແຜນການຕໍ່ໜ້າ ໃນແຕ່ລະດ້ານໃຫ້ປະກົດຜົນເປັນຈິງ.[Best_Wordpress_Gallery id=”100″ gal_title=”24082020″]