ກອງທຶນປົກປັກຮັກສາສິ່ງແວດລ້ອມລົງຊຸກຍູ້ການຈັດຕັ້ງປະຕິບັດໂຄງການຍ່ອຍ ພາຍໃຕ້ທຶນຂອງ ຄສລ2

Jun 26, 2018 | news

ໃນລະຫວ່າງ ວັນທີ 11-15 ມິຖຸນາ 2018 ທ່ານ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມດ້ວຍ ທີມງານປະກອບດ້ວຍ ພະນັກງານການເງິນ, ຈັດຊື້-ຈັດຈ້າງ, ຕິດຕາມປະເມີນຜົນ ແລະ ຜູ້ປະສານງານໂຄງການ ໄດ້ໄປເຄື່ອນໄຫວເຮັດວຽກຢູ່ແຂວງ ສະຫວັນນະເຂດ, ຄຳມ່ວນ ແລະ ບໍລິຄຳໄຊ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໂຄງການຍ່ອຍ ພາຍໃຕ້ທຶນ ຄສລ2, ພ້ອມນັ້ນ ກໍ່ເພື່ອຮັບຟັງຂໍ້ສະດວກ, ສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກ ຂອງການຈັດຕັ້ງປະຕິບັດກິດຈະກໍາໂຄງການ ແລະ ເພື່ອຄົ້ນຄ້ວາ ແລະຫາທາງອອກຮ່ວມກັນ. ນອກນັ້ນ ຄະນະທີມງານຍັງໄດ້ເຂົ້າພົບ ຄະນະພະແນກ ກະສິກໍາ-ປ່າໄມ້ ແລະ ຄະນະພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງກ່ຽວຂ້ອງຕື່ມ.
[Best_Wordpress_Gallery id=”15″ gal_title=”ລົງຊຸກຍູ້ຕິດຕາມໂຄງການຍ່ອຍ”]