ຮ່າງມະຕິກອງປະຊຸມສະມາຊິກພັກ ຂອງໜ່ວຍພັກພະແນກບັນຊີ

Jul 27, 2020 | News

ກອງປະຊຸມສະມາຊິກພັກ ຂອງໜ່ວຍພັກ ພະແນກບັນຊີ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 24 ກໍລະກົດ 2020, ມີສະມາຊິກພັກຂອງໜ່ວຍພັກພະແນກບັນຊີ ເຂົ້າຮ່ວມທຸກສະຫາຍ ຈຳນວນ 7 ສະຫາຍ, ຍິງ 6 ສະຫາຍ, ມີແຂກຖືກເຊີນ 11 ສະຫາຍ ທີ່ມາຈາກ ຄະນະໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ ກຊສ, ຕາໜາງຄະນະບໍລິຫານງານຂອງ 3 ອົງການຈັດຕັ້ງມະຫາຊົນ ກຊສ, ບັນດາສະຫາຍກຳມະການຄະນະພັກຮາກຖານ ກົມແຜນການ ແລະ ການເງິນ ແລະ ບັນດາເລຂາ, ຮອງເລຂາໜ່ວຍພັກຂຶ້ນກັບຄະນະພັກຮານຖານ ກົມແຜນການ ແລະ ການເງິນ ເຂົ້າຮ່ວມ (ລາຍຊື່ຜູ້ເຂົ້າຮ່ວມຄັດຕິດມາພ້ອມນີ້).

ກອງປະຊຸມໄດ້ດຳເນີນເປັນເວລາເຄິ່ງວັນ  ຕາມວາລະຂອງກອງປະຊຸມ, ຊື່ງສະມາຊິກພັກພາຍໃນໜ່ວຍພັກ ໄດ້ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄ້ວາ-ປະກອບຄຳເຫັນຕໍ່ກອງປະຊຸມ ຢ່າງກົງໄປກົງມາ ທັງມີຄວາມຮັບຜີດຊອບສູງ ທີ່ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ມີຜົນສຳເລັດຕາມຈຸດປະສົງຄາດໝາຍຂອງກອງປະຊຸມ ດັ່ງນີ້:

 

    1. ກອງປະຊຸມ ໄດ້ຮັບຟັງ, ຄົ້ນຄ້ວາ-ປະກອບຄຳເຫັນ ແລະ ລົງປະຊາມະຕິຮັບຮອງເອົາ ບົດສະຫລຸບການນຳພາການເຄື່ອນໄຫວວຽກງານໄລຍະຜ່ານມາ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າຂອງໜ່ວຍພັກ ພະແນກບັນຊີ, ຊຶ່ງບົດສະຫລຸດດັ່ງກ່າວໄດ້ຕີລາຄາສະພາບການເຄື່ອນໄຫວໄລຍະຜ່ານມາ ໃນແຕ່ລະດ້ານຕາມຂອບເຂດຄວາມຮັບຜິດຊອບຂອງໜ່ວຍພັກເປັນຕົ້ນ ວຽກງານນຳພາແນວຄິດການເມືອງ, ວຽກງານການຈັດຕັ້ງພັກ ແລະກໍ່ສ້າງພັກ, ການນຳພາວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານນຳພາວິຊາສະເພາະ, ຈຸດອ່ອນຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີຈຸດດີ-ຈຸດອ່ອນ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການເຄື່ອນໄຫວນຳພາ 5 ປີຕໍ່ໜ້າ (2021-2025);
    2. ກອງປະຊຸມໄດ້ຮັບຟັງການລາຍງານປະກອບຄຳເຫັນຂອງສະຫາຍຜູ້ຕາງໜ້າສະມາຊິກພັກ ພະແນກບັນຊີ ເຊີ່ງໄດ້ຍົກໃຫ້ເຫັນຄວາມສຳຄັນບົດບາດການນຳພາ-ຊີ້ນຳຂອງພັກໃນທຸກຂົງເຂດວຽກງານ, ສະແດງຄວາມເຫັນດີເປັນເອກະພາບຕໍ່ການສະຫລຸບຕິລາການນຳພາການເຄື່ອນໄຫວວຽກງານຜ່ານມາ ແລະ ທິດທາງແຜນການ ໃນ 5 ປີຕໍ່ໜ້າ. ພ້ອມນັ້ນ, ກໍຢັ້ງຢືນວ່າ ຈະຕັ້ງໜ້າປະກອບສ່ວນຈັດຕັ້ງປະຕິບັດ ມະຕິກອງປະຊຸມສະມະຊິກພັກ ຂອງໜ່ວຍພັກພະແນກບັນຊີ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ປະກົດຜົນເປັນຈິງ; ການລາຍງານ ແລະ ປະກອບຄຳເຫັນດັ່ງກ່າວ ໄດ້ເສີມສ້າງໃຫ້ກອງປະຊຸມສະມາຊິກພັກຄັ້ງນີ້ມີບັນຍາກາດ ແລະ ມີເນື້ອໃນອຸດົມສົມບູນຂຶ້ນຕື່ມ;
    3. ທິດທາງໃນຕໍ່ໜ້າຈະສຸມໃສ່ບັນຫາ: ເພີ່ມ​ທະວີ​ຄວາມເອົາໃຈໃສ່ ໃນການ​ສຶກສາ​ອົບ​ຮົມ ທາງດ້ານ​ການ​ເມືອງ​ແນວ​ຄິດ​ໃຫ້​ສະມາຊິກ​ພັກ, ພະນັກງານ​ໃຫ້​ທົ່ວ​ເຖິງ ​ແລະ ທ່ວງທັນ​ກັບ​ການ​ປ່ຽນ​ແປງ​ໃໝ່​ ໃນ​ແຕ່ລະ​ໄລຍະ, ຍົກ​ສູງ​ຄວາມ​ຮັບຜິດຊອບ ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານຕາມສິດ, ພາລະບົດບາດ​ໃຫ້​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ, ​ໂດຍ​ສຸມ​ໃສ່ ​ນໍາພາ​ເຜີຍ​ແຜ່​ຄົ້ນ​ຄ້ວາ ​ເຊື່ອມ​ຊຶມ​ແນວທາງ​ນະ​ໂຍບາຍ, ມະຕິ​, ຄໍາ​ສັ່ງຂອງ​ພັກ, ລະບຽບ​ກົດໝາຍ, ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມຂອງ​ລັດ ​ແລະ ມູນ​ເຊື້ອ​ອັນດີງາມຂອງ​ຊາດ​ ສົມທົບ​ໃສ່​ການຈັດ​ຕັ້ງ​ຝຶກ​ອົບຮົມ ​ບໍາລຸງ​ທິດ​ສະ​ດີກາ​ນ​ເມືອງ​ໄລຍະ​ສັ້ນ​ຢູ່​ພາຍ​ໃນ.
    4. ກອງປະຊຸມ ໄດ້ເປັນກຽດຮັບຟັງການໂອ້ລົມ ຂອງ ສະຫາຍ ປອ ໄຊນະຄອນ ອິນທະວົງ, ຄະນະປະຈຳພັກ ກະຊວງ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ. ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຊີ້ນຳ-ນຳພາ ຂອງໜ່ວຍພັກ ທີຍາດມາໄດ້ ໃນໄລຍະ 5 ປີ ຜ່ານມາ, ເຊີ່ງຜົນງານດັ່ງກ່າວ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ຕໍ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກກະຊວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະ ການລະດົມຮອນຈາກພາຍໃນ ແລະ ຕ່າງປະເທດ ເພື່ອສະໜອງທຶນໃຫ້ແກ່ວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ແລະ ການຕິດຕາມຄຸ້ມຄອງການນຳໃຊ້ທຶນດັ່ງກ່າວຢ່າງມີປະສິດທິຜົນ. ສະຫາຍ ຍັງສະແດງ ຄວາມເປັນຫ່ວງເປັນໄຍ, ໃຫ້ທິດຊີ້ນຳ ແລະ ຕັກເຕືອນ ຕໍ່ໜ່ວຍພັກພະແນກບັນຊີ ເພື່ອເປັນເຂັມທິດເຍືອງທາງ ແລະ ເປັນການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກພະນັກງານ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຊີ້ນໍາ-ນຳພາຂອງພັກແຕ່ລະຂັ້ນ ເຮັດໃຫ້ໜ່ວຍພັກ ພະແນກບັນຊີ ມີພື້ນຖານການເມືອງທີ່ໜັກແໜ້ນ, ມີຄວາມສະຫງົບ, ສະມາຊິກພັກ ພະນັກງານ ມີຄວາມຫ້າວຫັນໃນການ ຈັດຕັ້ງປະຕິບັດວຽກງານສຳເລັດດ້ວຍດີ;
    5. ກອງປະຊຸມໄດ້ຮຽກຮ້ອງມາຍັງສະມາຊິກພັກທັງໝົດຈົ່ງເຊີດຊູສະຕິ ແລະ ຄວາມຮັບຜິດຊອບ ຕັ້ງໜ້າປະຕິບັດຜັນຂະຫຍາຍມະຕິກອງປະຊຸມສະມາຊິກພັກຂອງໜ່ວຍພັກ ພະແນກບັນຊີ ໃຫ້ປະກົດຜົນເປັນຈິງ ແລະ ສຳເລັດຜົນຢ່າງຈົບງາມ.

[Best_Wordpress_Gallery id=”94″ gal_title=”240720″]