
About Us Environment Protection Fund
The Environment Protection Fund, with acronym as “ EPF ”, is a Government fund established for mobilizing different type of funds from internal and external sources for supporting natural resources management and environmental protection effectively and sustainably.
ກປສ ສ້າງຕັ້ງໃນປີ 2005 ຕາມດຳລັດເລກທີ 146/ນຍ, ລົງວັນທີ 5/6/2005 ແລະ ປັບປຸງໃນປີ 2017 ແມ່ນກອງທຶນຂອງລັດ ທີ່ສ້າງຂຶ້ນ ເພື່ອລະດົມ ແລະ ຂົນຂວາຍທຶນຈາກພາຍໃນ ແລະ ຕ່າງປະເທດ ດ້ວຍຮູບການຕ່າງໆ.
ຈຸດປະສົງ ເພື່ອລະດົມຂົນຂວາຍທຶນ ຈາກພາຍໃນ ແລະ ຕ່າງປະເທດ ແນໃສ່ສະສົມທຶນ ຕອບສະໜອງໃຫ້ແກ່ວຽກງານການຄຸ້ມຄອງ ຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ແບບຍືນຍົງ ປະກອບສ່ວນເຮັດໃຫ້ແຜນພັດທະນາເສດຖະກິດ- ສັງຄົມ ບັນລຸຕາມທິດສີຂຽວ ແລະ ຍືນຍົງ.