About Us

ກ່ຽວກັບພວກເຮົາ ກອງທຶນປົກປັກຮັກສາສິ່ງແວດລ້ອມ

ກອງທຶນປົກປັກຮັກສາສິ່ງແວດລ້ອມ ຂຽນຫຍໍ້ເປັນພາສາລາວ ວ່າ “ກປສ” ແມ່ນກອງທຶນຂອງລັດ ທີ່ສ້າງຂຶ້ນ ເພື່ອລະດົມ ແລະ ຂົນຂວາຍທຶນຈາກພາຍໃນ ແລະ ຕ່າງປະເທດ ດ້ວຍຮູບການຕ່າງໆ ແນໃສ່ສະສົມທຶນ ເພື່ອຕອບສະໜອງເຂົ້າໃນວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ໃຫ້ມີປະສິດທິຜົນ ແລະ ຍືນຍົງ.

ກປສ ສ້າງຕັ້ງ​ໃນປີ 2005 ຕາມດຳລັດເລກທີ 146/ນຍ, ລົງວັນທີ 5/6/2005 ແລະ ປັບປຸງໃນປີ 2017 ແມ່ນກອງທຶນຂອງລັດ ທີ່ສ້າງຂຶ້ນ ເພື່ອລະດົມ ແລະ ຂົນຂວາຍທຶນຈາກພາຍໃນ ແລະ ຕ່າງປະເທດ ດ້ວຍຮູບການຕ່າງໆ.

ຈຸດປະສົງ ເພື່ອລະດົມຂົນຂວາຍທຶນ ຈາກພາຍໃນ ແລະ ຕ່າງປະເທດ ແນໃສ່ສະສົມທຶນ ຕອບສະໜອງໃຫ້ແກ່ວຽກງານການ​ຄຸ້ມ​ຄອງ​ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ປົກປັກຮັກສາສິ່ງ​ແວດ​ລ້ອມ ແບບຍືນຍົງ ປະກອບສ່ວນເຮັດໃຫ້ແຜນພັດທະນາເສດຖະກິດ- ສັງຄົມ ບັນລຸຕາມທິດສີຂຽວ ແລະ ຍືນຍົງ.