Aide Memoire Meeting

Jul 5, 2021 | News

ໃນລະຫວ່າງ ວັນທີ 1-2 ກໍ່ລະກົດ 2021 ທີ່ຜ່ານມາ ກອງທຶນປົກປົກປັກຮັັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນການຊຸກຍູ້ຮ່ວມຂອງ ທະນາຄານໂລກ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ2 (ຄສລ2) ຜ່ານລະບົບວິໂອຄອນເຟີເລັນ (Video conference) ໂດຍການເປັນປະທານ ຂອງທ່ານ ນາງ ພັກກາວັນ      ພິດສະໄໝ ວ່າການຫົວໜ້າຫ້ອງການກອງທຶນປົກປັັກຮັກສາສິ່ງແວດລ້ອມ ພ້ອມດ້ວຍ ບັນດາຜູ້ຊິ້ນໍາໂຄງການ, ຜູ້ປະສານງານ ແລະ ວິຊາການ ຈາກ ໂຄງການທີ່ໄດ້ຮັບທຶນ ຄສລ2 ຊິ່ງຈະແຍກເປັນ 4 ກຸ່ມຄື: ກຸ່ມໂຄງການວາງແຜນ ແລະ ຄຸ້ມຄອງສິ່ງແວດລ້ອມ (ລວມທັງແຜນງານເຕີບໂຕສີຂຽວ)  15 ໂຄງການ, ກຸ່ມໂຄງການຄຸ້ມຄອງປ່າສະຫງວນ 10 ໂຄງການ, ກຸ່ມໂຄງການບັງຄັບໃຊ້ກົດໝາຍສັດນ້ຳ-ສັດປ່າ ມີ 4 ໂຄງການ ແລະ ກຸ່ມໂຄງການສຶກສາ ແລະ ສ້າງຄວາມສາມາດ (ລວມທັງວຽກງານສື່ສານ ແລະ ໃຫ້ຄວາມຮູ້) 4 ໂຄງການ ລວມທັງໝົດ ມີ 98 ຄົນ.
[kc_row use_container=”yes” _id=”114828″][kc_column width=”12/12″ video_mute=”no” _id=”587234″][kc_column_text _id=”940185″ animate=”jello||”]

ໃນລະຫວ່າງ ວັນທີ 1-2 ກໍ່ລະກົດ 2021 ທີ່ຜ່ານມາ ກອງທຶນປົກປົກປັກຮັັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນການຊຸກຍູ້ຮ່ວມຂອງ ທະນາຄານໂລກ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ2 (ຄສລ2) ຜ່ານລະບົບວິໂອຄອນເຟີເລັນ (Video conference) ໂດຍການເປັນປະທານ ຂອງທ່ານ ນາງ ພັກກາວັນ      ພິດສະໄໝ ວ່າການຫົວໜ້າຫ້ອງການກອງທຶນປົກປັັກຮັກສາສິ່ງແວດລ້ອມ ພ້ອມດ້ວຍ ບັນດາຜູ້ຊິ້ນໍາໂຄງການ, ຜູ້ປະສານງານ ແລະ ວິຊາການ ຈາກ ໂຄງການທີ່ໄດ້ຮັບທຶນ ຄສລ2 ຊິ່ງຈະແຍກເປັນ 4 ກຸ່ມຄື: ກຸ່ມໂຄງການວາງແຜນ ແລະ ຄຸ້ມຄອງສິ່ງແວດລ້ອມ (ລວມທັງແຜນງານເຕີບໂຕສີຂຽວ)  15 ໂຄງການ, ກຸ່ມໂຄງການຄຸ້ມຄອງປ່າສະຫງວນ 10 ໂຄງການ, ກຸ່ມໂຄງການບັງຄັບໃຊ້ກົດໝາຍສັດນ້ຳ-ສັດປ່າ ມີ 4 ໂຄງການ ແລະ ກຸ່ມໂຄງການສຶກສາ ແລະ ສ້າງຄວາມສາມາດ (ລວມທັງວຽກງານສື່ສານ ແລະ ໃຫ້ຄວາມຮູ້) 4 ໂຄງການ ລວມທັງໝົດ ມີ 98 ຄົນ.

[/kc_column_text][/kc_column][/kc_row][kc_row use_container=”yes” _id=”203041″][kc_column width=”50%” _id=”516838″][kc_single_image image_size=”full” _id=”675425″ image_source=”media_library” animate=”fadeInLeft||” image=”8209″][/kc_column][kc_column width=”50%” _id=”443771″][kc_single_image image_size=”full” _id=”341937″ image_source=”media_library” image=”8206″ animate=”fadeInRight||”][/kc_column][/kc_row][kc_row use_container=”yes” _id=”7202″][kc_column width=”12/12″ video_mute=”no” _id=”122394″][kc_column_text _id=”725216″ animate=”fadeInUp||”]

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອລາຍງານການສັງລວມເນື້ອໃນ ແລະ ບັນຫາສໍາຄັນຈາກຜົນການລົງຊຸກຍູ້ຊຸກຍູ້ຮ່ວມຂອງ ທະນາຄານໂລກ ຄື: (1) ຄວາມຄືບໜ້າໂດຍລວມໃນການຈັດຕັ້ງປະຕິບັດໂຄງການ ຄສລ2 ຍັງຈັດຢູ່ໃນລະດັບ ເພິ່ງພໍໃຈປານກາງ, ຈຸດປະສົງຂອງການພັດທະນາໂຄງການ ຫລື ບັນດາຕົວຊີ້ວັດຫລັກ ສ່ວນໃຫຍ່ ສາມາດບັນລຸໄດ້ໃນເກນຄາດໝາຍວາງໄວ້, ການຄຸ້ມຄອງບໍລິຫານການເງິນໂຄງການ ໄດ້ຮັບການປັບປູງດີຂື້ນ ແຕ່ອັດຕາສ່ວນການເບີກຈ່າຍໄລຍະ 6 ເດືອນຕົ້ນປີ 2021 ຍັງຢູ່ໃນລະດັບຕ່ຳ ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19, ຫລາຍໂຄງການຍັງຕ້ອງໄດ້ເອົາໃຈໃສ່ຊຸກຍູ້ຕິດຕາມຢ່າງໃກ້ຊິດ, ແຜນວຽກ ແລະ ແຜນງົບປະມານປະຈຳປີ ຕ້ອງໄດ້ດັດປັບເພື່ອໃຫ້ສາມາດຂັບເຄື່ອນການຈັດຕັ້ງປະຕິບັດກິດຈະກຳ ເຖິງວ່າຈະມີຜົນກະທົບຈາກການລະບາດຂອງພະຍາດກໍ່ຕາມ, (2) ໂຄງການຍ່ອຍນາກາຍ-ນ້ຳເທີນ ຍັງມີຄວາມຈຳເປັນຕ້ອງການຊ່ຽວຊານບາງດ້ານຊ່ວຍເຫລືອ ພ້ອມທັງໄດ້ຮັບການຊຸກຍູ້ຈາກ ໜ່ວຍງານຕິດຕາມເອກະລາດ (IMA) ເພື່ອຊ່ວຍເສີມສ້າງຂີດຄວາມສາມາດຂອງພະນັກງານ ແລະ ຮັບປະກັນໄດ້ການຄຸ້ມຄອງອຸທິຍານ ທີ່ມີປະສິດທິຜົນ. ສະນັ້ນ ຄວນມີການປະເມີນຄວາມຕ້ອງການ ດ້ານຄວາມສາມາດຂອງພະນັກງານ, (3) ການສ້າງ ແລະ ຈັດຕັ້ງປະຕິບັດ ກອບການຮ່ວມມືເຄືອຂ່າຍບັງຄັບໃຊ້ກົດໝາຍ (Lao-WEN Cooperation Framework) ແລະ ການສ້າງຂໍ້ແນະນຳການປະຕິບັດງານເຄືອຂ່າຍບັງຄັບໃຊ້ກົດໝາຍຂັ້ນແຂວງ (P-WEN Operational Guideline) ຈະຊ່ວຍປັບປູງຊ່ອງວ່າງດ້ານກົງຈັກການຈັດ ຕັ້ງ ແລະ ການປະສານງານ ໃນການບັງຄັບໃຊ້ກົດໝາຍ ແລະຖືເປັນບັນຫາສຳຄັນ ຕໍ່ກັບຜົນສຳເລັດຂອງ ຄສລ2 ໂດຍລວມ, (4) ໂຄງການສ່ວນໃຫຍ່ ຍັງມີເວລາຈັດຕັ້ງປະຕິບັດ ປະມານ 6 ເດືອນ ເພື່ອໃຫ້ສຳເລັດກິດຈະກຳຕ່າງໆວາງໄວ້. ສະນັ້ນ ການຊຸກຍູ້ຕິດຕາມຢ່າງໃກ້ຊິດ ຈຶ່ງມີຄວາມຈຳເປັນ ເພື່ອຮັບປະກັນໃຫ້ໂຄງການສຳເລັດທັນກຳນົດເວລາ. ພ້ອມກັນນັ້ນ, ກໍໄດ້ນໍາສະເໜີໜ້າວຽກບູລິມະສິດໃນຕໍ່ໜ້າ ຂອງແຕ່ລະກຸ່ມໂຄງການເພື່ອຈັດຕັ້ງປະຕິບັດໃຫ້ບັນລຸຕາມຕົວຊີ້ວັດ ແລະ ກອບເວລາທີ່ວາງໄວ້.

[/kc_column_text][/kc_column][/kc_row][kc_row use_container=”yes” _id=”896494″][kc_column width=”33.33%” _id=”259558″][kc_single_image image_size=”full” _id=”569483″ image_source=”media_library” image=”8212″ animate=”jello||” css_custom=”{`kc-css`:{}}”][/kc_column][kc_column width=”33.33%” _id=”376941″][kc_single_image image_size=”full” _id=”477627″ image_source=”media_library” image=”8214″ animate=”pulse||”][/kc_column][kc_column width=”33.33%” _id=”139634″][kc_single_image image_size=”full” _id=”319461″ image_source=”media_library” image=”8216″][/kc_column][/kc_row]