ພິທີມອບ-ຮັບ ໜ້າທີ່ ຜູ້ອໍານວຍການກອງທຶນປົກປັກຮັກສາສິ່ງແວດລ້ອມ

May 10, 2016 | news

ໃນຕອນບ່າຍຂອງວັນທີ 14 ມີຖຸນາ 2016 ທີ່ຫ້ອງປະຊຸມກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ມີພິທີມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ສຸກກະຕາ ວິຈິດ ຜູ້ອໍານວຍການ ກປສ (ຜູ້ເກົ່າ) ອອກຜັກຜ່ອນບໍານານ ແລະ ທ່ານ ຄໍາປະດິດ ຄໍາມູນເຮືອງ ຜູ້ອໍານວຍການ ກປສ (ຜູ້ໃໝ່)  ຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໂດຍຊ່ອງໜ້າທ່ານ ສົມມາດ ພົນເສນາລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຮອງລັດຖະມົນຕີ ພ້ອມດ້ວຍ ກົມກອງທີ່ກ່ຽວຂ້ອງ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ລວມໄປເຖິງພະນັກງານຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ.

ທ່ານສຸກະຕາ ວິຈິດ ໄດ້ເຂົ້າມາປະຈໍາການທີ່ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ດໍາລົງຕໍາແໜ່ງຜູ້ອໍານວຍການແຕ່ເດືອນ 4/2006 ໂດຍໄດ້ຖືກແຕ່ງຕັ້ງຕາມໃບແຕ່ງຕັ້ງຂອງນາຍົກລັດຖະມົນຕີ 65/ນຍ, ລົງວັນທີ 10/4/2006, ນັບແຕ່ມື້ແຕ່ງຕັ້ງມາຮອດປະຈຸບັນ ທ່ານ ສຸກກະຕາ ວິຈິດ ໄດ້ດໍາລົງຕໍາແໜ່ງຜູ້ອໍານວຍການ ກປສ ສອງສະໄໝຕາມລະບຽບການ ແຕ່ຍ້ອນ ກປສ ກໍາລັງເຕີບໃຫຍ່ຂະຫຍາຍໂຕ ທາງດ້ານການຈັດຕັ້ງ ແລະ ທຶນຮອນ ສະພາບໍລິຫານ ກປສ ຈຶ່ງໃຫ້ ທ່ານ ສຸກກະຕາ ວິຈິດ ຕໍ່ອີກ 01 ສະໄໝ ແລະ 01 ປີ ລວມແລ້ວ 10 ປີ. ຜ່ານການປະຕິບັດໜ້າທີ່ທ່ານໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການປົກປັກຮັກສາສິ່ງແວດລ້ອມໂດຍສະເພາະ (1) ໄດ້ກໍ່ຕັ້ງ ກປສ ທີ່ເຂັ້ມແຂງ ດ້ານການຈັດຕັ້ງພະນັກງານ ແລະ ທຶນຮອນ ພ້ອມນັ້ນຍັງໄດ້ເຕົ້າໂຮມ ແລະ ປັບປຸງ ຄວາມສາມັກຄີຂອງພະນັກງານ ທີ່ມາຈາກຫຼາຍພາກສ່ວນເປັນຢ່າງດີ ແລະ ໃຫ້ການຊ່ວຍເຫຼືອພະນັກງານໃນການປະຕິບັດໜ້າທີ່ຂອງຕົນ. (2) ໄດ້ຊີ້ນໍາການເຄື່ອນໄຫວວິຊາສະເພາະ ໃຫ້ຖືກລະບຽບການຄຸ້ມຄອງ, ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວຂອງ ກປສ 5ປີ ແລະ 1 ປີ, ລວມທັງແຜນສະໜອງທຶນໃຫ້ແກ່ໂຄງການຍ່ອຍ, ພ້ອມທັງດໍາເນີນການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດໂຄງການຍ່ອຍ ແລະ ກວດສອບບັນຊີເປັນແຕ່ລະໄລຍະ, (3) ໄດ້ເຮັດໜ້າທີ່ເສນາທິການໃຫ້ແກ່ສະພາບໍລິຫານໂດຍສະເພາະ ໄດ້ນໍາສະເໜີ ສະພາບໍລິຫານປັບປຸງລະບຽບການຄຸ້ມຄອງ ແລະ ການຈັດຕັ້ງຂອງ ກປສ ໃຫ້ເຮັດວຽກໂລ່ງລ່ຽນດີຂື້ນເລື້ອຍໆ.

ສໍາລັບຜູ້ອໍານວຍການຜູ້ໃໝ່ແມ່ນຈະຈັດຕັ້ງປະຕິບັດໜ້າທີ່ສືບຕໍ່ຈາກຜູ້ອໍານວຍການຜູ້ເກົ່າ ໃນການເປັນເສນາທິການໃຫ້ສະພາບໍລິຫານຂອງກອງທຶນ ເປັນຕົ້ນແມ່ນການປັບປຸງດໍາລັດວ່າດ້ວຍກອງທຶນປົກປັກຮັກສາສິ່ງແວດລ້ອມ, ລະບຽບການຕ່າງໆໃຫ້ກາຍເປັນກອງທຶນທີ່ເຂັ້ມແຂງປະກອບສ່ວນຊຸກຍູ້ໃນວຽກງານປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຕາມທິດ ສີຂຽວ ແລະ ຍືນຍົງ. ໂດຍສະເພາະອີງຕາມບົດຮັບຄໍາໂອວາດ ໃນ 11 ຂໍ້ :

  1. ສືບຕໍ່ເປັນເຈົ້າການ ປັບປຸງ ແລະ ຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍ ກປສ ສະບັບປັບປຸງ ໃຫ້ມີປະສິດທິຜົນ;
  2. ສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ຫ້ອງການບໍລິຫານ ກປສ ແລະ ປະກອບພະນັກງານ ໃຫ້ໄດ້ 100% ຂອງ ຕໍາແໜ່ງງານ ທີ່ຕ້ອງການ ທັງຮັບປະກັນ ດ້ານຄຸນນະພາບ;
  3. ສືບຕໍ່ສ້າງຄວາມເຂັ້ມແຂງ ໃນການຂຸດຄົ້ນ ແຫຼ່ງທຶນທີ່ຍືນຍົງ ໃຫ້ແກ່ 5 ກອງທຶນຍ່ອຍ ທີ່ໄດ້ຮັບການ ສ້າງຕັ້ງຂື້ນແລ້ວ ຄື: ກອງທຶນຍ່ອຍດ້ານນະໂຍບາຍ. ກອງທຶນຍ່ອຍດ້ານຊີວະນາໆພັນ, ກອງທຶນຍ່ອຍດ້ານການຄວບຄຸມມົນລະພິດ, ກອງທຶນຍ່ອຍດ້ານນໍ້າ, ກອງທຶນຍ່ອຍດ້ານດິນ ແລະ ອື່ນໆ ທີ່ເຫັນສົມຄວນ;
  4. ເອົາໃຈໃສ່ ການນໍາໃຊ້ ທຶນ 38.8 ລ້ານໂດລາສະຫາລັດ (ລວມທັງໃຫ້ລ້າ ແລະ ກູ້ຢືມ) ຈາກທະນາຄານໂລກ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ຈຸສຸມໃສ່ ສ້າງຄວາມເຂັ້ນແຂງໃຫ້ບັນດາຂະແໜງການ ທີ່ກ່ຽວຂ້ອງ ແລະ ປກສ ໃຫ້ກາຍເປັນການຈັດຕັ້ງໜຶ່ງທີ່ເຂັ້ມແຂງ ແລະ ມີໝັ້ນຄົງຂື້ນໄປເລື້ອຍໆ.
  5. ຈະເພີ່ມທະວີ ການເຮັດວຽກແບບລວມສູນປະຊາທິປະໄຕ, ເປັນໝູ່ຄະນະບຸກຄົນ ຮັບຜິດຊອບ, ເຮັດວຽກແບບມີແຜນການ ໂດຍການສ້າງ ແລະ ຮັບເອົາ ວິໃສທັດ ຮອດປີ 2030, ຍຸດທະສາດ 10 ປີ ຂອງ ກປສ ແລະ ແຜນການລົງທຶນ 5 ປີ ຂອງ ກປສ ຮອດ 2020;
  6. ເຄັ່ງຮ້ອນ ໃນການປັບປຸງ ດ້ານການຈັດຕັ້ງ, ທີ່ຕັ້ງ, ພາລະບົດບາດ, ປັບປຸງໂຄງປະກອບການຈັດຕັ້ງ, ສ້າງກົນໄກການຄຸ້ມຄອງ-ບໍລິຫານ ທີ່ກະທັດຮັດໂລ່ງ ລ່ຽນ ແລະ ບັນຫາອື່ນໆ ຂອງ ກປສ ທີ່ເຫັນຈໍາເປັນ;
  7. ປັບປຸງກົນໄກ ຄຸ້ມຄອງ, ຕິດຕາມກວດກາ ແລະ ກະຕຸກຊຸກຍູ້ ການຈັດຕັ້ງປະຕິບັດໂຄງການຍ່ອຍໃຫ້ມີປະສິດທິຜົນສູງ;
  8. ການເສີມຂະຫຍາຍບົດບາດ ການຊີ້ນໍານໍາພາ ຂອງພັກ ແລະ ການເຄື່ອນໄຫວວຽກງານ ມະຫາຊົນ;
  9. ເຂົ້າຮ່ວມຢ່າງຕັ້ງໃຈໃນການສ່ອງແສງລັດ ກໍ່ຄືສ່ອງແສງພັກ ກັບ ກປສ;
  10. ເພີ່ມທະວີ ກົນໄກ ການລາຍງານ ແລະ ຮັບທິດຊີ້ນໍາ ຢ່າງໃກ້ສິດ ຈາກສະພາບໍລິຫານ.