![]() |
ກອງທຶນປົກປັກຮັກສາສິ່ງແວດລ້ອມEnvironment Protection Fund |
REQUEST FOR EXPRESSIONS OF INTEREST
(Individual Consultant)
Position Title: ຜູ້ຊ່ວຍບັນຊີ
Location: Environment Protection Fund
Type of Contract: Time base
ກອງທຶນປົກປັກຮັກສາສິ່ງແວດລ້ອມ (EPF) ເປັນສະຖາບັນການເງິນທີ່ເປັນແບບເອກະລາດພາຍໃຕ້ການຊີ້ນຳ ຂອງສະພາບໍລິຫານ. ເຊິ່ງໄດ້ກໍ່ຕັ້ງຂຶ້ນໃນປີ 2005 ເພື່ອເສີມຂະຫຍາຍການປົກປ້ອງສິ່ງແວດລ້ອມ, ການຄຸ້ມຄອງ ຊັບພະຍາກອນທໍາມະຊາດແບບຍືນຍົງ, ການຄຸ້ມຄອງຊີວະນາໆພັນ ແລະ ການພັດທະນາຊຸມຊົນໃນ ສປປ ລາວ. ມີການຄຸ້ມຄອງເງິນທຶນທີ່ໄດ້ຮັບໂດຍທະນາຄານພັດທະນາອາຊີ (ADB) ແລະ ການປະກອບສ່ວນພັນທະຈາກບໍລິສັດ ໄຟຟ້ານ້ໍາຕົກ ແລະ ບໍລິສັດຂຸດຄົ້ນບໍ່ແຮ່. ນອກຈາກນັ້ນ ລັດຖະບານຂອງ ສປປລາວ ໄດ້ຮັບທຶນຈາກທະນາຄານໂລກ ຊຶ່ງໄດ້ມອບໃຫ້ EPF ປະຕິບັດຕາມກົນໄກໂຄງການຍ່ອຍໃນມາດຕະຖານ 2 ໃນ 5 ໂຄງການການເງິນ (ການລົງທຶນຂອງຊຸມຊົນ ແລະ ຊີວະນາໆພັນ (CBI), ການປະຕິບັດນະໂຍບາຍ ແລະ ການເສີມຂະຫຍາຍຄວາມອາດສາມາດ (PICE).
ກອງທຶນປົກປັກຮັກສາສິ່ງແວດລ້ອມ ມີຄວາມຕ້ອງການຮັບສະໝັກພະນັກງານເຮັດວຽກເຕັມເວລາ ຈຳນວນ 1 ຕຳ ແໜ່ງ ປະຈຳຢູ່ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ລາຍລະອຽດດັ່ງລຸມນີ້:
ເງື່ອນໄຂໃນການສະໝັກ
- ລະດັບການສຶກສາ ຊັ້ນກາງ ດ້ານການບັນຊີ ຫຼື ສູງກວ່າ.
- ມີປະສົບການເຮັດວຽກກ່ຽວກັບດ້ານບັນຊີ-ການເງິນ ຈະໄດ້ຮັບການພິຈາລະນາເປັນພິເສດ.
- ສາມາດນຳໃຊ້ຄອມພິວເຕີໄດ້ (Word, Excel,,,)
- ໃຊ້ພາສາອັງກິດໄດ້ໃນລະດັບດີ
ເງື່ອນໄຂດ້ານອື່ນໆ
- ສາມາດເດີນທາງລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນໄດ້.
- ພວກເຮົາເປີດກ້ວາງ ແລະ ສົ່ງເສີມແມ່ຍິ່ງໃນການສະໝັກວຽກງານ.
- ສະເພາະຜູ້ສະໝັກທີ່ຜ່ານການຄັດເລືອກເທົ່ານັ້ນຈຶ່ງຈະໄດ້ຮັບການຕິດຕໍ່ເຂົ້າສຳພາດ.
Download Related files Below:
ທ່ານທີ່ສົນໃຈສາມາດ ຕິດຕໍ່ ຫຼື ດາວໂລດ ເອົາລາຍລະອຽດຂອບໜ້າວຽກ ແລະ ຢືນເອກະສານສະໝັກບໍ່ໃຫ້ກາຍ 16:30 ວັນທີ 9 ເມສາ 2021 ຕາມທີ່ຢູ່ຂ້າງລຸ່ມ:
ທ່ານ ພອນສະຫວັນ ທຳມະສິງ, ອີເມລ: phonesavanh.t@laoepf.org.la
ອາຄານນຳ້ເບີ້ 100, ຊັ້ນ 2, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ນະຄອນຫຼວງວຽງຈັນ
ໂທ: 021 252739; ແຟກ: 021 252 741, http:/www.laoepf.org.la