In House training

Jan 6, 2017 | Uncategorized @lo

ເຝິກອົບຮົມກ່ຽວກັບການຕິດຕາມປະເມີນຜົນຂອງໂຄງການຍ່ອຍ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ໃຫ້ພະນັກງານ ກປສ

ໃນວັນທີ 20-21 ກໍລະກົດ 2016 ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດຝຶກອົບຮົມກ່ຽວກັບການຕິດຕາມປະເມີນຜົນຂອງໂຄງການຍ່ອຍ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສ ປ ປ ລາວ ໄລຍະ 2 ໃຫ້ພະນັກງານ ກປສ ທີ່ ໂຮງແຮມ ລາວພາຊາ ເຊິ່ງໃຫ້ກຽດເປັນປະທານໂດຍທ່ານນາງ ບຸນພາມາ ໂພທີສານ, ຮອງຜູ້ອໍານວຍການ ກປສ ແລະ ພ້ອມດ້ວຍບັນດາພະນັກງານຂອງ ກປສ, ຕາງໜ້າຈາກທະນາຄານໂລກ ແລະ ກົມແຜນການ ແລະ ການຮ່ວມມື, ກສຊ ລວມທັງໝົດ 30 ທ່ານ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອເພີ່ມຄວາມສາມາດ ແລະ ທັກສະຂອງພະນັກງານວິຊາການຂອງ ກປສ ໃນການ ກວດກາບົດສະເໜີໂຄງການຍ່ອຍ (ການສ້າງກອບຄາດໝາຍຜົນໄດ້ຮັບ, ງົບປະມານ, ແຜນປີ ແລະ ການສ້າງແຜນຈັດຊື້-ຈັດຈ້າງ), ເພື່ອສ້າງຄວາມສາມາດໃນການກວດກາບົດລາຍງານປະຈຳ 6 ເດືອນ ແລະ ປະຈຳປີ, ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບກັນ ຕໍ່ກັບການແນະນໍາ ແລະ ເຝິກອົບຮົມໃຫ້ກັບ ໂຄງການຍ່ອຍ ໃນການກະກຽມຂຽນໂຄງການຍ່ອຍ, ແລະ ການຈັດຕັ້ງປະຕິບັດ ໂຄງ ການ ແລະ ເພື່ອໃຫ້ຮູ້ ແລະ ເຂົ້າໃຈໃນການສ້າງຕົວຊີ້ວັດ ແລະ ການນໍາໃຊ້ແບບຟອມ ຂອງ ຄສລ2.