ກອງປະຊຸມສະໄໝວິສາມັນຄັ້ງທີ III (ສະໄໝສາມັນ) ຂອງສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ວັນທີ 08 ພະຈິກ 2018

Nov 15, 2018 | Uncategorized @lo, ຂ່າວສານ

ກອງປະຊຸມສະໄໝວິສາມັນຄັ້ງທີ III ຂອງສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດຂື້ນໃນຕອນເຊົ້າຂອງ ວັນທີ 08 ພະຈິກ 2018 ທີ່ຫ້ອງປະຊຸມຂະແໜງສິ່ງແວດລ້ອມ, ໂດຍການໃຫ້ກຽດເປັນປະທານຂອງທ່ານ ສົມມາດ ພົລເສນາ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະທານສະພາບໍລິຫານ ກປສ ພ້ອມດ້ວຍ ຮອງປະທານ, ຄະນະກໍາມະການ ຂອງ ສະພາບໍລິຫານ ກປສ ແລະ ບັນດາຜູ້ສັງເກດການຈາກກົມກອງທີ່ກ່ຽວຂ້ອງ  ລວມທັງໝົດ 14 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອຜ່ານບົດສະຫຼຸບຜົນການເຄື່ອນໄຫວ 6 ເດືອນຕົ້ນ ແລະ ແຜນການຈຸດສຸມ 6ເດືອນທ້າຍ ປີ 2018 ຂອງ ຫກປສ, ຜ່ານຄຳແນະນຳກ່ຽວກັບ ການຄຸ້ມຄອງ, ການຈັດສັນທຶນ ແລະ ການອະນຸມັດໂຄງການ ພາຍໃຕ້ ຮ່ວງທຶນ ກອງທຶນປົກປັກຮັກສາສິ່ງແວດລ້ອມ.