ກອງປະຊຸມຝຶກອົບຮົມ ກ່ຽວກັບ ຄູ່ມືການຄຸ້ມຄອງໂຄງການ ສິ່ງແວດລ້ອມ ແລະ ສັງຄົມ

Jan 6, 2017 | Uncategorized @lo

ກອງປະຊຸມຝຶກອົບຮົມກ່ຽວກັບຄູ່ມືການຄຸ້ມຄອງໂຄງການ
ສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ2 ແລະ ທົບທວນ ແລະ ວາງແຜນປີ 2017 ຂອງຫ້ອງການ ກປສ

ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ( ກປສ) ຈັດກອງປະຊຸມຝຶກອົບຮົມ ກ່ຽວກັບການນໍາໃຊ້ຄູ່ມືການຄຸ້ມຄອງໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ2 ແລະ ທົບທວນ ວາງແຜນປີ 2017ເຊິ່ງຈັດຂື້ນໃນລະຫວ່າງວັນທີ 26-31 ສິງຫາ 2016 ທີ່ ໂຮງແຮມ ລ້ານຊ້າງ ໂດຍການເປັນປະທານຂອງທ່ານ ຄໍາປະດິດ ຄໍາມູນເຮືອງ, ຫົວໜ້າຫ້ອງການ ກປສ ພ້ອມດ້ວຍຜູ້ເຂົ້າຮ່ວມຝຶກອົບຮົມ ຈາກບັນດາໂຄງການຍ່ອຍ ທີ່ໄດ້ຮັບທຶນຈາກໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປລາວ ໄລຍະ 2 ທີມາຈາກ ຫລາຍພາກສ່ວນເຊັ່ນ: ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ຄະນະວິທະຍາສາດ ທຳມະຊາດ, ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະວິທະຍາສາດສັງຄົມ, ຄະນະວິທະຍາ ສາດປ່າໄມ້, ມຊ, ກົມພາສີ, ກະຊວງການເງິນ, ກົມຕຳຫຼວດສະກັດກັ້ນ-ຕ້ານອາຊະຍາກຳ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ, ກົມແຜນການ ແລະ ການຮ່ວມມື, ກອງປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ສະຖາບັນຄົ້ນຄວ້າດ້ານສິ່ງແວດລ້ອມ ແຫ່ງຊາດ, ກົມຄອບຄຸມມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຜນການ ແລະ ການລົງທຶນ, ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ກົມປະຊາສຳພັນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ, ແຂວງ ບໍລິຄໍາໄຊ, ແຂວງຄໍາມ່ວນ, ອົງການຄຸ້ມຄອງ ແລະ ປົກປັກຮັກສາແຫລ່ງນໍ້າເທີນ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ), ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງຊຽງຂວາງ, ແຂວງ ຫົວພັນ, ແຂວງຫລວງພະບາງ ລວມທັງໝົດ 130 ທ່ານ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອແນະນຳການນຳໃຊ້ຄູ່ມືການຄຸ້ມຄອງຈັດຕັ້ງປະຕິບັດໂຄງການສິ່ງແວດລ້ອມແລະສັງຄົມ ໄລຍະ2, ໃຫ້ແກ່ໂຄງການຍ່ອຍທີ່ໄດ້ຮັບ ການເຊັນອະນຸມັດໃໝ່. ໂດຍສະເພາະ ການສະຫລຸບລາຍງານການ ຕິດຕາມ ແລະ ປະເມີນໂຄງການ, ວຽກງານດ້ານການເງິນ ແລະ ການຈັດຊື້-ຈັດຈ້າງ ໃຫ້ແກ່ຄະນະຮັບຜິດ ຊອບໂຄງການຍ່ອຍຕ່າງໆທີ່ໄດ້ຮັບທຶນ, ເພື່ອເພີ່ມຄວາມສາມາດ ແລະ ທັກສະຂອງ ພະນັກງານວິຊາການຂອງໂຄງການຍ່ອຍ ໃຫ້ມີຄວາມເຂົ້າໃຈໃນການຕິດຕາມ (ການສ້າງກອບຄາດໝາຍຜົນໄດ້ຮັບ, ງົບປະມານ, ແຜນປີ ແລະ ການສ້າງແຜນ ຈັດຊື້-ຈັດຈ້າງ), ຂຽນບົດລາຍງານ ໃຫ້ແກ່ຜູ້ສະໜອງທຶນ. ກອງປະຊຸມແມ່ນດໍາເນີນເປັນເວລາ 3 ວັນ ເຊິ່ງມື້ທີ່1 ແມ່ນໄດ້ນໍາສະເໜີກ່ຽວກັບ ພາບລວມຄູ່ມືການຈັດຕັ້ງປະຕິບັດໂຄງການ ສິ່ງແວດລ້ອມ ແລະ ສັງຄົມໄລຍະ2, (ເຫລັ້ມທີ່ 1), ຄູ່ມືດຳເນີງານໂຄງການຍ່ອຍ (ເຫລັ້ມທີ່ 2), ມືການຕິດຕາມ ແລະ ປະເມີນໂຄງການ, ຄສລ2 (ເຫລັ້ມ 3), ມືຄຸ້ມຄອງການເງິນ, ຄສລ2, (ເຫລັ້ມ 4), ຄູ່ມື້ຈັດຊື້-ຈັດຈ້າງ, ຄສລ2 (ເຫລັ້ມ 5), ຄູ່ມືການຄຸ້ມຄອງຈັດຕັ້ງປະຕິບັດໂຄງການ, ESMF ແລະ CEF.