ກອງປະຊຸມ ສະຫຼຸບການມາເຮັດວຽກຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ຂອງທີມງານ ທະນາຄານໂລກ

May 4, 2018 | Uncategorized @lo

ກອງປະຊຸມ ສະຫຼຸບການມາເຮັດວຽກຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ຂອງທີມງານ ທະນາຄານໂລກ

ໃນຕອນບ່າຍວັນທີ 4​ ພຶດສະພາ 2018 ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກອງປະຊຸມສະຫຼຸບການມາເຮັດວຽກຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ຂອງທີມງານ ທະນາຄານໂລກ   ທີ່ ໂຮງແຮມລ້ານຊ້າງ, ນະຄອນຫລວງວຽງຈັນ, ​ໃຫ້ກຽດເປັນປະທານຮ່ວມກອງປະຊຸມໂດຍທ່ານ ປອ ໄຊນະຄອນ ອິນທະວົງ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະທານ ຄະນະວິຊາການ ຄສລ2 ແລະ ທ່ານ ສະຕີເຟັນ ດານໂຢ, ຊ່ຽວຊານອາວຸໂສ ດ້ານສິ່ງແວດລ້ອມ, ຕາງໜ້າທະນາຄານໂລກ ປະຈຳ ສປປ ລາວ, ພ້ອມດ້ວຍ ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ກປສ, ທີມງານຈາກທະນາຄານໂລກ, ບັນດາຫົວໜ້າ ແລະ ຜູ້ປະສານງານໂຄງການຍ່ອຍ ແລະ ລວມທັງພະນັກງານວິຊາການຂອງຫ້ອງການ ກປສ ລວມທັງໝົດມີ 108 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນລາຍງານຜົນການມາເຮັດວຽກຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດ ຂອງໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສ ປ ປ ລາວ ໄລຍະ 2 ແລະ ການປະເມີນຄວາມຄືບໜ້າໂຄງການ ຕາມຈຸດປະສົງການພັດທະນາໂຄງການ (PDO) ນັບຕັ້ງແຕ່ ເດືອນພະຈິກ 2017.

[Best_Wordpress_Gallery id=”6″ gal_title=”wrap up mission”]