ສະຫຼຸບການຈັດຕັ້ງປະຕິບັດໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2, 2019

Nov 8, 2019 | news

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2 (ຄສລ 2) ປະຈຳປີ 2019 ແລະ ທິດທາງແຜນການ ປີ 2020, ແຜນການ 5 ປີ (2021-2025) ໄດ້ຈັດຂື້ນໃນວັນທີ 7-8 ພະຈິກ ທີ່ໂຮງແຮມຄູນຊັບ, ທ່າລາດ ແຂວງວຽງຈັນ ​ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສີພັນດອນ ສີຫາວົງ, ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ມີຜູ້ຊີ້ນຳໂຄງການ ຈາກກົມ, ກອງ,ສະຖາບັນ,ມະຫາວິທະຍາໄລແຫ່ງຊາດ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ 7 ແຂວງ ແລະ ພາກສ່ວນອື່ນໆ ທີ່ໄດ້ຮັບທຶນ ຈາກໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2 (ຄສລ2) ເຂົ້າຮ່ວມລວມທັງໝົດ 96 ທ່ານ, ຍິງ 20 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດໂຄງການ ດ້ານດີ,ດ້ານອ່ອນຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນ ເປັນຕົ້ນແມ່ນການປະຕິບັດບັນດາຄາດໝາຍ ແລະ ການເບີກຈ່າຍເງິນຂອງແຕ່ລະໂຄງການ, ປຶກສາຫາລື ແລະ ລະດົມແນວຄວາມຄິດໃນການກຳນົດກິດຈະກຳ,  ແຜນຈັດສັນງົບປະມານສຳລັບປີ 2020 ແລະ ວາງມາດຕະການທີ່ຮັດກຸມ ເພື່ອໃຫ້ມີຜົນສຳເລັດໃໝ່ ຕາມຈຸດປະສົງ ເປົ້າໝາຍທີ່ກຳນົດໄວ້ ເພື່ອກ້າວໄປສູ່ຜົນສຳເລັດຂອງໂຄງການໃຫ້ເປັນທີ່ໜ້າພໍໃຈ, ນອກນັ້ນກອງປະຊຸມຍັງໄດ້ປຶກສາຫາລືໃນການກະກຽມໂຄງການ ໃໝ່ ໃນສຸມປີ 2021-2025ເປັນຕົ້ນ: ໂຄງການຄຸ້ມຄອງສີ່ງແວດລ້ອມ ແລະ ສີ່ງເສດເຫຼືອ ແລະ ການເພີ່ມທະວີການຮ່ວມມືໃນການລະດົມແຫຼ່ງທຶນຈາກສາກົນ ເປັນຕົ້ນ: ຈາກກອງທຶນສີ່ງແວດລ້ອມໂລກ( GEF), ກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ (GCF) ເຂົ້າໃນການປະຕິບັດແຜນຍຸດທະສາດຂອງກອງທຶນປົກປັກຮັກສາສີ່ງແວດລ້ອມ ຮອດປີ 2025 ແລະ ວິໃສທັດ ຮອດ ປີ 2030 ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ກອງປະຊຸມຄັ້ງນີ້ ຍັງໄດ້ລະດົມ ແນວຄວາມຄິດ ເພື່ອຊ່ວຍສ້າງຄວາມເຂ້ັມແຂງໃນການຮ່ວມມື ແລະ ການເປັນຄູ່ຮ່ວມງານທີ່ດີ ໃນການຈັດຕັ້ງປະຕິບັດໂຄງການໃຫ້ມີຜົນສຳເລັດ ແລະ ຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ ກອງທຶນປົກປັກຮັກສາສີ່ງແວດລ້ອມ  ໃຫ້ກາຍເປັນສະຖາບັນການເງິນທີ່ເຂັ້ມແຂງ, ມີກົນໄກຄຸ້ມຄອງການເງິນ ແລະ ສະໜອງທຶນ ທີ່ມີປະສິດທິຜົນ ແລະ ແບບຍືນຍົງ ເຂົ້າໃນວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສີ່ງແວດລ້ອມ ໃນສຸມປີ 2021-2025.

[Best_Wordpress_Gallery id=”63″ gal_title=”2019-11-08″]