ກອງປະຊຸມປຶກສາຫາລື ແລະ ລາຍງານກ່ຽວກັບການປັບປຸງເຄື່ອງມືການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການຄຸ້ມຄອງມົນລະຜິດ ແລະ ສິ່ງເສດເຫຼືອ (PWMP)

Apr 4, 2024 | ຂ່າວສານ

ວັນທິ່ 20 ກຸມພາ 2024 ໄດ້ຈັດກອງປະຊຸມປຶກສາຫາລື ແລະ ລາຍງານກ່ຽວກັບການປັບປຸງເຄື່ອງມືການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການຄຸ້ມຄອງມົນລະຜິດ ແລະ ສິ່ງເສດເຫຼືອ (PWMP) ໂດຍການເປັນປະທານຂອງ ທ່ານ ບົວຄຳ ສຸລິວັນ ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມດຽວກັນນັ້ນໃຫ້ກຽດເຂົ້າຮ່ວມຂອງຮອງຫົວໜ້າກົມ, ຄະນະ ຫກປສ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຊ່ຽວຊານຈາກທະນາຄານໂລກ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ ຫ້ອງປະຊຸມ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ