ກອງປະຊຸມປຶກສາຫາລື

Jul 15, 2020 | ຂ່າວສານ

ກອງປະຊຸມປຶກສາຫາລື ລະຫວ່າງ ກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2020, ທີ່ຫ້ອງປະຊຸມກົມ ທຸລະກິດພະລັງານ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ສົມພິດ ແກ້ວວິຈິດ, ຫົວໜ້າກົມທຸລະກິດພະລັງງານ ແລະ ທ່ານ ນາງ ພັກກາວັນ ພິດສະໄໝ ວ່າການຫົວໜ້າຫ້ອງການ ກປສ ພ້ອມດ້ວຍ ຮອງຫົວໜ້າຫ້ອງການ ກປສ, ຄະນະ ພະແນກ ແລະ ວິຊາການຈາກທັງສອງພາກສ່ວນ.

ຈຸດປະສົງເພື່ອລາຍງານຕົວເລກການເກັບລາຍຮັບເຂົ້າກອງທຶນປົກປັກຮັກສາສິ່ງແວດລ້ອມຈາກບັນດາໂຄງການພັດທະນາເຂື່ອນໄຟຟ້າ ລວມທັງປຶກສາຫາລື ກ່ຽວກັບ ໂຄງການທີ່ຍັງຄ້າງຈ່າຍພັນທະທຶນປະກອບສ່ວນເຂົ້າ ກອງທຶນປົກປັກຮັກສາສິ່່ງແວດລ້ອມ ແລະ ປຶກສາຫາລືກ່ຽວກັບ ກົນໄກໃນການເກັບລາຍຮັບໃນຕໍ່ໜ້າ.

ຜ່ານການລາຍງານ ແລະ ຜົນຂອງການປືກສາຫາລື ກອງປະຊຸມໄດ້ ຕົກລົງເປັນເອກະພາບດັ່ງນີ້:

  1. ກົມທຸລະກິດພະລັງານ ຈະເປັນເຈົ້າການຊ່ວຍຊຸກຍູ້ ແລະ ຕິດຕາມ ບັນດາໂຄງການລົງທຶນທີ່ມີພັນທະຈ່າຍທຶນປະກອບສ່ວນຕາມທີ່ໄດ້ລະບຸໄວ້ໃນສັນຍາສໍາປະທານ;
  2. ກົມທຸລະກິດພະລັງງານ ຈະເປັນເຈົ້າພາບຈັດປະຊຸມລະຫວ່າງ ໂຄງການລົງທຶນທີ່ຍັງຄ້າງຈ່າຍພັນທະ ກັບ ກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມທັງຂະແໜງການອື່ນໆທີ່ກ່ຽວຂ້ອງ;
  3. ກົມທຸລະກິດພະລັງງານ ຈະສະໜອງຂໍ້ມູນ ແລະ ເອກະສານ (ສະບັບສຳເນົາ) ຂອງບັນດາໂຄງການທີ່ຍື່ນໃບສະເໜີ ຂໍເລື່ອນການຊໍາລະທຶນປະກອບສ່ວນເຂົ້າລັດຖະບານ ລວມທັງງົບປະມານເຂົ້າກອງທຶນປົກປັກຮັກສາສຶ່ງແວດ້ລອມ ເພື່ອເປັນອີງໃນການຕິດຕາມ;
  4. ກອງທຶນປົກປັກຮັກສາສິ່ງແວດລ້ອມ ຈະສະໜອງຕົວເລກຄາດຄະເນລາຍຮັບຈາກການປະກອບພັນທະຂອງໂຄງການລົງທຶນຕ່າງໆໃຫ້ກົມທູລະກິດພະລັງງານ ເພື່ອເປັນຂໍ້ມູນໃນການຕິດຕາມ;
  5. ທັງສອງພາກສ່ວນ ຈະໄດ້ສຶບຕໍ່ປຶກສາຫາລືກັນຕື່ມກ່ຽວກັບກົນໄກ ເກັບພັນທະເຂົ້າໃນກອງທຶນປົກປັກຮັກສາສິ່ງແວດລ້ອມໃຫ້ມີປະສິດທິຜົນ.

                  [Best_Wordpress_Gallery id=”92″ gal_title=”030720″]