ສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມຈັດກອງປະຊຸມສະໄໝສາມັນ ຄັ້ງທີ IX ໃນວັນທີ 2 ກຸມພາ 2023

Jun 8, 2023 | ຂ່າວສານ

                 ກອງປະຊຸມສະໄໝສາມັນ ຄັ້ງທີ IX ຂອງ ສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດຂຶ້ນໃນ ວັນທີ 2 ກຸມພາ 2023, ທີ່ ໂຮງແຮມລາວພລາຊາ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະທານສະພາບໍລິຫານ ກປສ, ມີ ທ່ານ ພູວົງ ຫຼວງໄຊຊະນະ, ຮອງລັດຖະມົນຕີ ກຊສ, ຮອງປະທານ ສະພາບໍລິຫານ ກປສ, ບັນດາຮອງລັດຖະມົນຕີ ແລະ ທຽບເທົ່າ ເຊິ່ງເປັນສະມາຊິກ ສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ພາຍໃນ ກຊສ ແລະ ຜູ້ສັງເກດການຈາກອົງການຈັດຕັ້ງສາກົນ ແລະ ບັນດາພາກສ່ວນຈັດຕັ້ງປະຕິບັດໂຄງການເຂົ້າຮ່ວມ ທັງໝົດ 28 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອຮັບຟັງລາຍງານ ແລະ ປະກອບຄໍາເຫັນເພີ່ມເຕີມ ເພື່ອຮັບຮອງທາງດ້ານຫຼັກການ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງ ຫກປສ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023, ຄູ່ມືການຄຸ້ມຄອງໂຄງການ, ຄູ່ມືການມີສ່ວນຮ່ວມຂອງຊຸມຊົນຂອງ ກປສ, ຜ່ານບົດສະເໜີໂຄງການທີ່ນໍາໃຊ້ທຶນພາຍໃນ 7 ໂຄງການ ແລະ ລາຍງານຄວາມຄືບໜ້າ ບັນດາໂຄງການຈໍານວນໜຶ່ງ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ.

ໃນກອງປະຊຸມ, ທ່ານ ນາງ ບົວຄຳ ສຸລິວັນ, ຫົວໜ້າ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານຂອງ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໃນປີ 2022 ຕາມແຜນຄາດໝາຍສູ້ຊົນ ແລະ ວຽກຈຸດສຸມ ທັງໝົດ 8 ດ້ານຄື: ດ້ານການຈັດຕັ້ງ, ການຄຸ້ມຄອງບໍລິຫານ, ການແກ້ໄຂຜົນການກວດສອບ, ດ້ານບຸກຄະລາກອນ, ການລະດົມທຶນ, ການສະໜອງທຶນ, ການຮ່ວມມື ແລະ ດ້ານການສື່ສານ ເຊິ່ງເຫັນວ່າ ໃນ 1 ປີຜ່ານມາ ຫ້ອງການ ກປສ ໄດ້ເປັນເສນາທິການຈັດຕັ້ງປະຕິບັດວຽກງານຂອງ ກອງທຶນປົກປັກຮັກສາສິ່ງແວດລ້ອມ ຢ່າງມີຜົນສໍາເລັດສູງ. ໃນການລາຍງານໄດ້ມີການຕີລາຄາຈຸດດີ, ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອປັບປຸງການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດສູງເດັ່ນຂຶ້ນໃນຕໍ່ໜ້າ ເປັນຕົ້ນແມ່ນ ການກໍານົດທິດທາງແຜນການປະຈໍາປີ 2023.

ນອກຈາກນັ້ນ, ສະມາຊິກສະພາບໍລິຫານກອງທຶນປົກປັກຮັກສາສິ່ງແວດລ້ອມ ກໍ່ຄື ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບ ການຄຸ້ມຄອງທາງດ້ານການເງິນ, ຄວາມຄືບໜ້າການກະກຽມໂຄງການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ ຢູ່ ສປປ ລາວ, ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງວຽກງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ປະຈຳປີ 2022 ແລະ ແຜນການ ປີ 2023 ລວມທັງ ໄດ້ຜ່ານຮ່າງຄູ່ມືການຄຸ້ມຄອງໂຄງການ (ເຫຼ້ັມ 1 ແລະ ເຫຼັ້ມ 2), ຮ່າງຄູ່ມືການມີສ່ວນຮ່ວມຂອງຊຸມຊົນ ຂອງ ກປສ. ສະມາຊິກສະພາບໍລິຫານກອງທຶນ ໄດ້ປະກອບຄໍາເຫັນ ແລະ ໃຫ້ຄໍາແນະນໍາຕໍ່ກອງປະຊຸມ ໃນການປັບປຸງບັນດາເອກະສານດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ. ພ້ອມນັ້ນ, ໄດ້ແລກປ່ຽນບົດຮຽນ ແລະ ວິທີການຈັດຕັ້ງປະຕິບັດບັນດາໂຄງການ ກໍ່ຄື ວຽກງານຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ, ການຮ່ວມມືກັບສາກົນ ໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ.