ການອະນຸລັກປ່າໄມ້ເຂດສູງຢູ່ ສປປ ລາວ

Dec 22, 2020 | ຂ່າວສານ

ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອແລກ​ປ່ຽ​ນ​ຄວາມ​ຮູ້​ ແລະ ລະ​ດົມ​ແນ​ວ​ຄວາມ​ຄິດ​ ກ່ຽ​ວ​ກັບ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ກ່ຽ​ວ​ກັບ​ຊີ​ວະ​ນາໆ​ພັນ ແລະ ​ລັກ​ສະ​ນະ​ນິ​ເວດ​ວິ​ທະ​ຍາ​ຂ​ອງ​ປ່າ​ໄມ້​ເຂດ​ສູງ​ໃນ​ສ​ປ​ປ​ລາ​ວ ແລະ ສະ​ຖາ​ນະ​ໃນ​ການ​ອະ​ນຸ​ລັກ​ໃນ​ປະ​ຈຸ​ບັນ​​, ປຶກ​ສາ​ຫາ​ລື ແລະ ຮ່ວມ​​ແນະ​ນຳ​ກ່ຽ​ວ​ກັບ​ມາດ​ຕະ​ຖານ​ການ​ຈັດ​ປະ​ເພດ​ປ່າ​​ ແລະ ການ​ອະ​ນຸ​ລັກ​ປ່າ​ໄມ້​ເຂດ​ສູງ​ ​ໃນ​ສ​ປ​ປ​ ລາ​ວ​, ປະ​ກ​ອບ​​ແນ​ວ​ຄວາມ​ຄິດ ເພື່ອ​ສ້າງ​ແຜນ​ອະ​ນຸ​ລັກ​ປ່າ​ໄມ້​ເຂດ​ສູງ​ໃນ​ສ​ປ​ປ​​ລາ​ວ​ໃນ​ຂົງ​ເຂດ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ການ​ຄຸ້ມ​ຄ​ອງ​ເພື່ອ​ການ​ອະ​ນຸ​ລັກ​​.

ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມ ໂດຍ ທ່ານ ບຸນ​ປ​ອນ ແສງ​ທ​ອງ ຮ​ອງ​ຫົວ​ໜ້າ​ກົມ​ປ່າ​ໄມ້, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ຮ​ສ. ປ​ອ. ອຸ​ດົມ ພ​ອນ​ຄຳ​ເພັງ ຮ​ອງ​ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​, ທ່າ​ນ ນ. ບຸນ​ພາ​ມາ​ ໂພທິ​ສານ, ຮ​ອງ​ຫົວ​ໜ້າ​ກ​ອງ​ທຶນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້​ອມ​ ແລະ ທ່ານ John Parr  ຜູ້ຕາງ​ໜ້າ​ທະ​ນາ​ຄານ​ໂລກ ກໍ່ໃຫ້ກຽດເຂົ້າຮ່ວມໃນ​ກອງປະຊຸມ.

ພ້ອມດຽວກັນນັ້ນ, ບັນດາທ່ານຈາກ ກົມ​ປ່າ​ໄມ້, ກະ​​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້​, ກົມ​ພັດ​ທະ​ນາ​ການ​ທ່​ອງ​ທ່ຽວ, ກະ​ຊວງ​ຖະ​ແຫຼງ​ຂ່າ​ວ, ວັດ​ທະ​ນາ​ທຳ​ ແລະ ທ່​ອງ​ຖ່ຽ​ວ​, ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້ ແຂວງ​ໄຊ​ສົມ​ບູນ, ພະ​​ແນກ​ກະສິ​ກຳ ແລະ ປ່າ​ໄມ້ ​ແຂວງຊຽງຂວາງ, ສະ​ຖາ​ບັນ​ສະ​ຖິ​ຕິ, ​ຊັບ​ພະ​ຍາ​ກ​ອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້​ອມ,​ ກະ​ຊວງ​ຊັບ​ພະ​ຍາ​ກ​ອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້​ອມ, ສະ​ຖາ​ບັນ​ນິ​ເວດ​ວິ​ທະ​ຍາ ແລະ ເຕັກ​ໂນ​ໂລ​ຊີ​ຊີ​ວະ​ພາບ, ຫ້​ອງ​ການສະ​ພາ​ວິ​ທະ​ຍາ​ສາດ​ແຫ່ງ​ຊາດ, ກະ​ຊວງ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ, ​ອົງ​ການ ອະ​ນຸ​ລັກ​ສັດ​ປ່າ (​WCS), ສະ​ມາ​ຄົມ​ອະ​ນຸ​ລັກ​ສັດ​ປ່າລາ​ວ

(​Lao  WCA), ອົງ​ການສາ​ກົນ​ເພື່ອ​ການ​ອະ​ນຸ​ລັກ​ທຳ​ມະ​ຊາດ​ (IUCN), ອົງ​ການກ​ອງ​ທຶນ​ອະ​ນຸ​ຮັກ​ທຳ​ມະ​ຊາດ​ໂລກ​ປະ​ຈຳ​ລາ​ວ (​WWF), ນັກ​ອະ​ນຸ​ລັກ​ທຳ​ມະ​ຊາດ,  ຄະນະບໍດີ, ຮອງຄະນະບໍດີ, ຜູ້ຕາງໜ້າຈາກ 5 ຄະນະວິຊາທີ່ໄດ້ຮັບໂຄງການ ຈາກທະນາຄານໂລກ ພ້ອມດ້ວຍນັກຄົ້ນຄວ້າ ແລະ ນັກວິຊາການ ລວມທັງໝົດມີ 66 ທ່ານ

[robo-gallery id=7489]