ປະຊຸມຄະນະວິຊາການ ຄັ້ງທີ XIX

Sep 17, 2020 | ຂ່າວສານ

ກອງປະຊຸມຄະນະວິຊການ ກອງທຶນປັກຮັກສາສິ່ງແວດລ້ອມ ຄັ້ງທີ XIX ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ກັນຍາ 2020 ທີ່ຫ້ອງປະຊຸມ ຂອງກົມຊັບພະຍາກອນນໍ້າ, ກຊສ ພາຍໃຕ້ການ​ເປັນ​ປະທານ​ຂອງ ທ່ານ​ ພູວົງ ຫຼວງໄຊຊະນະ, ຫົວໜ້າກົມແຜນການ ແລະ ການເງິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫົວໜ້າຄະນະວິຊາການກອງທຶນປົກປັກຮັກສາສິ່ງແວດລ້ອມ, ມີຜູ້ຕາງໜ້າ ຮອງຫົວໜ້າຄະນະວິຊາການ ທ່ານ ສົມພະໄທ ລຽງສອນ, ກົມແຜນການ ແລະ ການເງິນ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ມີສະມາຊິກຄະນະວິຊາການເຂົ້າຮ່ວມ ຈຳນວນ 4 ທ່ານ (ຈາກຈໍານວນທັງໝົດ 8 ທ່ານ). ນອກນັ້ນຍັງມີຜູ້ຕາງໜ້າຈາກໂຄງການຍ່ອຍ ແລະ ຫ້ອງການ ກປສ ລວມທັງໝົດ 37 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ

  1. ເພື່ອສັງລວມລາຍງານການເຄື່ອນໄຫວ ຂອງ ກປສ 6 ເດືອນຕົ້ນປີ 2020 ແລະ ແຜນວຽກຈຸດສຸມຕໍ່ໜ້າ ຂອງໂຄງການທຶນ ກປສ ແລະ ຄສລ2;
  2. ເພື່ອສະເໜີຜ່ານບົດສະເໜີໂຄງການ ຂອງພາກສ່ວນ ພຊສ ແຂວງ ອັດຕະປື, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໄຊຍະບູລີ, ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ຫ້ອງການ ຊສ ເມືອງ ເຟືອງ ແຂວງ ວຽງຈັນ, ພຊສ ແຂວງ ຫົວພັນ, ກົມນິຕິກໍາ, ກຊສ ແລະ ຄະນະວິທະຍາສາດສັງຄົມ (ມຊ) ລວມທັງໝົດ 7 ໂຄງການຄື:

(1)      ໂຄງການ ອະນຸລັກແຫຼ່ງນ້ຳ ແລະ ສິ່ງແວດລ້ອມທຳມະຊາດຮ່ວມກັບຊຸມຊົນເຂດໜອງຟ້າ ໄລຍະ 2, ພະແນກ ຊສ, ແຂວງອັດຕະປື;

(2)      ໂຄງ​ການ ຄຸ້ມ​ຄອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ນ້ຳ​ປຸຍແບບມີສ່ວນ​ຮ່ວມ​​ກັບຊຸມ​ຊົນ, ພະແນກ ກະສິກຳປ່າໄມ້ ແຂວງໄຊຍະບູລີ;

(3)      ໂຄງການຄຸ້ມຄອງ ແລະ ປົກປັກຮັກສາ ສວນພຶກສາສາດ (ຫ້ວຍຍາງ-ດົງໝາກຄາຍ), ກົມປ່າໄມ້  ກະຊວງ ກະສິກຳ ແລະ ປ່າໄມ້;

(4)    ໂຄງການສ້ອມແປງສະໜາມຂີ້ເຫຍື້ອ ເມືອງເຟືອງ;

(5)      ໂຄງການສ້າງຈິດສໍານຶກ ໃນການປົກປັກຮັກສາສິ່ງແວດລ້ອມ ແຫຼ່ງທ່ອງທ່ຽວປະຫວັດສາດ            ເມືອງວຽງໄຊ ແລະ ເມືອງຊໍາເໜືອ, ພະແນກ ຊສ, ແຂວງຫົວພັນ;

(6)      ໂຄງການຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ, ກົມນິຕິກຳ, ກຊສ;

(7)      ໂຄງການສ້າງຄວາມສາມາດດ້ານກອບການປ້ອງກັນສິ່ງແວດລ້ອມ ແລະ ສັງຄົມ ແລະ ການເຊື່ອມໂຍງບົດບາດຍິງ-ຊາຍ, ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ.

ຜ່ານການດຳເນີນກອງປະຊຸມ ຄະນະກຳມະການໄດ້ເຫັນດີຮັບຮອງເອົາ 6 ໂຄງການຍ່ອຍ,​ ສ່ວນ 1 ໂຄງການຄື: ໂຄງ​ການ ຄຸ້ມ​ຄອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ນ້ຳ​ປຸຍແບບມີສ່ວນ​ຮ່ວມ​​ກັບຊຸມ​ຊົນ ຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີແມ່ນໃຫ້ປັບປຸງຕາມຄຳເຫັນຂອງຄະນະວິຊາການເພື່ອນຳສະເໜີພິຈາລະນາຄືນໃໝ່.

[Best_Wordpress_Gallery id=”102″ gal_title=”11092020″]