ຝຶກອົບຮົມກ່ຽວກັບ ການຄຸ້ມຄອງໂຄງການ, ຄຸ້ມຄອງການເງີນ ແລະ ຄຸ້ມຄອງຈັດຊື້-ຈັດຈ້າງ ໃຫ້ແກ່ 5 ໂຄງການທີ່ໄດ້ຮັບທຶນຈາກ ກປສ

Jul 24, 2024 | ຂ່າວສານ

ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດຝຶກອົບຮົມກ່ຽວກັບ ການຄຸ້ມຄອງໂຄງການ, ຄຸ້ມຄອງການເງີນ ແລະ ຄຸ້ມຄອງຈັດຊື້-ຈັດຈ້າງ ໃຫ້ແກ່ 5 ໂຄງການທີ່ໄດ້ຮັບທຶນຈາກ ກປສ ຂຶ້ນໃນວັນທີ 9-11 ກໍລະກົດ 2024

ເປັນເວລາ 3 ວັນ ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ບົວຄຳ ສຸລິວັນ ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ,  ການຝຶກອົບຮົມຄັ້ງນີ້ມີຜູ້ຕາງໝ້າ ຈາກ 5 ໂຄງການຄື: ກົມແຜນການ ແລະ ການເງິນ ກຊສ, ກົມອຸດສາຫະກຳ ກະຊວງອຸດສາຫະກຳ  ແລະ ການຄ້າ, ກົມຊົນເຜົ່າ ສູນກາງແນວລາວສ້າງຊາດ, ກົມໂຄສະນາ-ວັດທະນາທຳ ສູນກາງສະຫະພັນແມ່ຍິງລາວ ແລະ ສະມາຄົມລາວພັດທະນາຊັບພະຍາກອນມະນຸດໃນເຂດຊົນນະບົດ ລວມຈຳນວນຜູ້ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 17 ທ່ານ (ລວມທັງທີມງານ ກປສ)

ທ່ານ ນາງ ບົວຄຳ ສຸລິວັນ ຫົວໜ້າຫ້ອງການ ກປສ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ສະແດງຄວາມຊົມເຊີຍ ຕໍ່ການເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ ຂອງທຸກພາກສ່ວນ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນຂອງຊຸດຝຶກອົບຮົມໃນຄັ້ງນີ້. ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈ ໃສ່ຮັບຟັງໃນແຕ່ລະຫົວຂໍ້ຂອງການຝຶກອົບຮົມ ເຊິ່ງຈະໃຫ້ເຂົ້າໃຈ ບັນດາຄູ່ມືທີ່ໄດ້ຮັບການປັບປຸງໃໝ່ເຊັ່ນ: ຄູ່ມືລວມ, ຄູ່ມືຈັດຕັ້ງປະຕິບັດໂຄງການ, ຄູ່ມືການເງິນ, ຄູ່ມືຈັດຊື້-ຈັດຈ້າງ ແລະ ຄູ່ມືຕິດຕາມ ແລະ ປະເມີນຜົນໂຄງການ ແລະ ເອົາໃຈໃສ່ໃນການປະຕິບັດຕົວຈິງໃນເວລາຄົ້ນຄ້ວາເປັນກຸ່ມໃນການຝຶກປະຕິບັດຕົວຈິງ ຂັ້ນຕອນປະກອບ ເອກະສານ ຂຶ້ນແຜນຂໍຄ່ຽນເງິນ, ສະຫຼຸບລາຍງານການໃຊ້ຈ່າຍ, ການຕິດຕາມ ຄວາມຄືບໝ້າ, ການລາຍງານ ຈັດຕັ້ງປະຕິບັດໂຄງການ ແລະ ການປະກອບເອກະສານຈັດຊື້-ຈັດຈ້າງ, ໃນການຝຶກອົບຮົມຄັ້ງນີ້ຍັງໄດ້ມີການປະເມີນຄວາມຮັບຮູ້ ແລະ ເຂົ້າໃຈຂອງຜູ້ເຂົ້າຮ່ວມຝຶກອົບຮົມ ພ້ອມທັງການມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນທຸກທ່ານ ເພື່ອເປັນຢັ້ງຢືນເຖິງຜົນສຳເລັດ.