ພິທີມອບຮັບ ຖົງຜ້າ

Mar 28, 2021 | ຂ່າວສານ

ໂດຍອີງຕາມ ບົດບັນທຶກຄວາມເຂົ້າໃຈການຮ່ວມມືໃນການສົ່ງເສີມສ້າງຈິດສຳນຶກ ແລະ ການສ້າງເຄື່ອຂ່າຍ ກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ ແລະ ການເຕີບໂຕສີຂຽວ ລະຫວ່າງ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ຫກປສ) ແລະ ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກສລ. ກຊສ) ສະບັບລົງວັນທີ 11 ພະຈິກ 2020, ດັ່ງນັ້ນຈຶ່ງໄດ້ຮ່ວມມືກັນໃນຈັດພິມຖົງຜ້າ ຈໍານວນ 1.000 ອັນ ເພື່ອປະກອບສ່ວນໃນການຫຼຸດຜ່ອນການນຳໃຊ້ຖົງພາສຕິກໃນຕະຫຼາດ, ຮ້ານສັບພະສິນຄ້າ ທີ່ເຂົ້າຮ່ວມໂຄງການວຽງຈັນສະອາດ ໂດຍການສະໜັບສະໜູນງົບປະມານໂດຍ ກອງທຶນປົກປັກຮັກສາສິ່ງແວດລ້ອມ.
ໃນວັນທີ 1 ກຸມພາ 2021 ທີ່ຫ້ອງປະຊຸມ ຫກປສ ໄດ້ຈັດພິທີມອບຮັບຖົງຜ້າ ໂດຍ ທ່ານ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າ ຫກປສ ແລະ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ, ຮອງຫົວໜ້າ ກສລ, ກຊສ ເພື່ອມອບໃຫ້ໂຄງການວຽງຈັນສະອາດ ຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ເດືອນ ມັງກອນ 2021 ເປັນຕົ້ນມາ ໂດຍໄດ້ມີການເຂົ້າຮ່ວມໂຄງການ ຂອງ 7 ຫ້າງຮ້ານ ແລະ 2 ຕະຫຼາດ (ສູນການຄ້າບາຊາບີ, ສູນການຄ້າໄອເຕັກ, ສູນການຄ້າພາກຊັນ, ສູນການຄ້າວິວມໍ, ຊຸບເປີມາເກັັດ ເຈມາກ, ຊຸບເປີມາເກັດ ມາໂກໂຕະ, ຊູບເປີມາເກັດ ໂຊກທະວີ, ຕະຫຼາດໜອງຈັນ ແລະ ຕະຫຼາດໂພນສະອາດ) ທີ່ໄດ້ເຂົ້າຮ່ວມໃນເບື້ອງຕົ້ນ ເພື່ອໃຫ້ມວນຊົນໃນສັງຄົມໄດ້ມີສ່ວນຮ່ວມໃນການຫຼຸດການນຳໃຊ້ຖົງພາສຕິກ ແລະ ເປັນການຫຼຸດຜ່ອນປະລິມານຂີ້ເຫຍື້ອ
ປັດຈຸບັນທາງ ພຊສ ນະຄອນຫຼວງວຽງຈັນ ມີແຜນຈະໂຄສະນາ ໂຄງການດັ່ງກ່າວ ໂດຍຜ່ານສື່ຕ່າງໆ ເຊັ່ນ: ສ້າງໂລໂກ້, ປ້າຍໂຄສະນາ, ຄິບສຽງ ແລະ ວີດີໂອ ເພື່ອໂຄສະນາປຸກລະດົມໃຫ້ພໍ່ແມ່ປະຊາຊົນຊ່ວຍຫຼຸດຜ່ອນການນຳໃຊ້ຖົງຢາງພາສຕິກ ໃນເວລາໄປຊື້ເຄື່ອງຢູ່ຕະຫຼາດ, ໂດຍຫັນມາໃຊ້ຖົງຜ້າ, ກະຕ່າ, ຖົງເຈ້ຍ ທີສາມາຍ່ອຍສະຫຼາຍໄດ້ງ່າຍ.
[robo-gallery id=7810]