ພິທີເຊັນສັນຍາສະໜອງທຶນ ລະຫວ່າງ ກປສ ແລະ 11 ໂຄງການ

Apr 1, 2021 | ຂ່າວສານ

ໃນຕອນເຊົ້າ ວັນທີ 29 ມີນາ 2021 ໄດ້ມີພິທີເຊັນສັນຍາສະໜອງທຶນ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ແລະ ຜູ້ຮັບທຶນຈາກ ພະແນກກະສິກໍາ-ປ່າໄມ້ ແຂວງໄຊຍະບູລີ (1 ໂຄງການ) ແລະ ກົມປ່າໄມ້ (1 ໂຄງການ) ກະຊວງກະສິກໍາ ແລະ ປ່າໄມ້, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເຟືອງ ແຂວງວຽງຈັນ (1 ໂຄງການ), ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫົວພັນ (1 ໂຄງການ) , ອັດຕະປື (1 ໂຄງການ) ແລະ ແຂວງຫຼວງນໍ້າທາ (2 ໂຄງການ), ກົມນິຕິກໍາ (1 ໂຄງການ) ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ (1 ໂຄງການ) ແລະ ກະຊວງປ້ອງກັນຄວາມສະຫງົບ (1 ໂຄງການ), ກະຊວງປ້ອງກັນປະເທດ (1 ໂຄງການ). ລວມທັງໝົດ 11 ໃນນີ້ ໂຄງການທີ່ຂໍນໍາໃຊ້ທຶນພາຍໃນ ກປສ ມີ 10 ໂຄງການ ແລະ ທືນ ຄສລ2 ມີ 1 ໂຄງການ ລວມມູນຄ່າທັງໜົດ 7.931.178.000 ກີບ (ເຈັດຕື້ເກົ້າຮ້ອຍສາມສິບເອັດລ້ານໜຶ່ງຮ້ອຍເຈັດສິບແປດພັນກີບ). ພິທີດັ່ງກ່າວ ແມ່ນໄດ້ຈັດຂື້ນທີ່ ສະໂມສອນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ໂດຍທ່ານ ປອ. ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພ້ອມດ້ວຍ ບັນດາຫົວໜ້າກົມ ແລະ ຮອງກົມ ຈາກ ກົມກອງທີ່ກ່ຽວຂ້ອງ ລວມໄປເຖິງ ຄະນະຊີ້ນໍາໂຄງການ ແລະ ຫົວໜ້າໂຄງການ ເພື່ອເຂົ້າຮ່ວມເປັນສັກຂີພິຍານ ລວມທັງໝົດປະມານ 65 ທ່ານ.
ໃນພິທີເຊັນສັນຍາດັ່ງກ່າວແມ່ນໃຫ້ກຽດລົງນາມເຊັນສັນຍາໂດຍ ນາງ ພັກກາວັນ ພິດສະໄໝ, ວ່າການຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ) ແລະ ຜູ້ຕາງໜ້າຈາກ 11 ໂຄງການ ທີ່ໄດ້ຮັບທຶນ ຄື:
1) ໂຄງການທີ່ 1 : ໂຄງການ ຄຸ້ມຄອງ ແລະ ປົກປັກຮັກສາ ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ແບບມີສວນຮ່ວມກັບປະຊາຊົນ ອ້ອມຂ້າງ ໄລຍະທີ 2, ຈັດຕັ້ງປະຕິບັດໂດຍ ກົມປ່າໄມ້ ກະຊວງກະສິກຳ ປ່າໄມ້, ມູນຄ່າໂຄງການ: 1.498.618.000 ກີບ (ໜຶ່ງຕື້ສີ່ຮ້ອຍເກົ້າສິບແປດລ້ານຫົກແສນສິບແປດພັນກີບ), ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ.
ຈຸດປະສົງໂຄງການ: ເພື່ອປ້ອງກັນການບຸກລຸກທໍາລາຍຕົ້ນໄມ້, ຊີວະນາໆພັນ ແລະ ທີ່ດິນສວນພຶກ ສາສາດ ຈໍານວນ 268 ເຮັກຕາ ໃຫ້ມີຄວາມຍືນຍົງ.ໂດຍການກໍານົດຂອບເຂດ, ປັກຫຼັກໝາຍ ແລະ ສ້າງຮົ້ວອ້ອມ. ພ້ອມທັງເຜີຍແຜ່ລະບຽບການຄຸ້ມຄອງ ແລະ ປົກປັກຮັກສາສວນພຶກສາສາດແບບມີສວນຮ່ວມກັບປະຊາຊົນອ້ອມຂ້າງ.
2) ໂຄງການທີ່ 2: ໂຄງການຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ, ຈັດຕັ້ງປະຕິບັດໂດຍ ກົມນິຕິກໍາ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມູນຄ່າໂຄງການ: 1.000.000.000 ກີບ (ໜຶ່ງຕື້ ກີບຖ້ວນ) ໄລຍະຈັດຕັ້ງປະຕິບັດໂຄງການ: 3 ປີ.
ຈຸດປະສົງຂອງໂຄງການ: ເພື່ອຊຸກຍູ້ໃຫ້ອົງການຈັດຕັ້ງຂອງລັດ ມີຄວາມເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ ຂັ້ນສູນກາງ ແລະ ທ້ອງຖິ່ນ ຢ່າງເຂັ້ມງວດ.
3) ໂຄງການທີ່ 3: ໂຄງການ ສ້າງຈິດສໍານຶກໃນການປົກປັກຮັກສາສິ່ງແວດລ້ອມ ແຫຼ່ງທ່ອງທ່ຽວປະຫວັດສາດເມືອງວຽງໄຊ ແລະ ເມືອງຊໍາເໜືອ, ຈັດຕັ້ງປະຕິບັດໂດຍ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ, ມູນຄ່າໂຄງການ: 150.000.000 ກີບ (ໜຶ່ງຮ້ອຍຫ້າສິບລ້ານກີບຖ້ວນ) ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ.
ຈຸດປະສົງໂຄງການ: ເພື່ອປົກປັກຮັກສາສິ່ງແວດລ້ອມແຫຼ່ງທ່ອງທ່ຽວປະຫວັດສາດ ແລະ ສ້າງຈິດສໍານຶກໃຫ້ປະຊາຊົນ 5 ບ້ານ ເມືອງວຽງໄຊ ແລະ 3 ໂຮງຮຽນຄື: ເມືອງວຽງໄຊ 2 ໂຮງຮຽນ ແລະ ເມືອງຊໍາເໜືອ 1 ໂຮງຮຽນ.
4) ໂຄງການທີ່ 4: ໂຄງການອະນຸລັກແຫຼ່ງນ້ຳ ແລະ ສິ່ງແວດລ້ອມທຳມະຊາດຮ່ວມກັບຊຸມຊົນເຂດໜອງຟ້າ ໄລຍະ 2, ຈັດຕັ້ງປະຕິບັດໂດຍ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງອັດຕະປື, ມູນຄ່າໂຄງການ: 854,000,000 ກີບ (ແປດຮ້ອຍຫ້າສິບສີ່ລ້ານກີບຖ້ວນ) ໄລຍະຈັດຕັ້ງປະຕິບັດໂຄງການ: 3 ປີ.
ຈຸດປະສົງຂອງໂຄງການ: ເພື່ອຄຸ້ມຄອງ ແລະ ອະນຸລັກແຫລ່ງນໍ້າເຂດທີ່ດິນບໍລິເວນໝອງຟ້າໃຫ້ມີສ່ວນຮ່ວມກັບຊຸມຊົນ ແລະ ມີຄວາມຢືນຍົງທາງດ້ານຊັບພະຍາກອນທຳມະຊາດ.
5) ໂຄງການທີ່ 5: ໂຄງການສ້ອມແປງສະໜາມຂີ້ເຫຍື້ອ ເມືອງເຟືອງ, ຈັດຕັ້ງປະຕິບັດໂດຍ ຫ້ອງການ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ເມືອງເຟືອງ ແຂວງວຽງຈັນ, ມູນຄ່າໂຄງການ: 260,000,000 ກີບ ( ສອງຮ້ອຍຫົກສິບລ້ານກີບຖ້ວນ), ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ
ຈຸດປະສົງຂອງໂຄງການ: ເພື່ອໃຫ້ເທດສະບານເມືອງເຟືອງ ມີຄວາມສວຍສົດງົດງາມປາສະຈາກຄວາມເປີເປື້ອນ ແລະ ບໍ່ໃຫ້ມີມົນລະພິດຕໍ່ຊຸມຊົນ.
6) ໂຄງການທີ່ 6: ໂຄງການສ້າງຄວາມເຂັ້ມແຂງດ້ານຂອບການປ້ອງກັນສິ່ງແວດລ້ອມ ແລະ ສັງຄົມ ແລະ ການເຊື່ອມສານບົດບາດຍິງ-ຊາຍ, ຈັດຕັ້ງປະຕິບັດໂດຍ ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ, ມູນຄ່າໂຄງການ: 928,000,000 ກີບ (ເກົ້າຮ້ອຍຊາວແປດລ້ານກີບຖ້ວນ) ຫຼື 100.000 ໂດລາສະຫະລັດ (ຫນຶ່ງແສນ ໂດລາສະຫະລັດ), ໄລຍະຈັດຕັ້ງປະຕິບັດໂຄງການ: 1 ປີ.
ຈຸດປະສົງຂອງໂຄງການ: ເພື່ອຊ່ວຍສ້າງຄວາມເຂັ້ມແຂງດ້ານຂອບການປ້ອງກັນສິ່ງແວດລ້ອມ ແລະ ສັງຄົມໃຫ້ແກ່ກອງທຶນປົກປັກຮັກສາສິ່ງແວດລ້ອມ, ກະຊວງທີ່ກ່ຽວຂ້ອງ, ການປົກຄອງຂັ້ນທ້ອງຖິ່ນ ແລະ ສື່ມວນຊົນໃນການກະກຽມ, ຈັດຕັ້ງປະຕິບັດ ແລະ ປະເມີນຜົນໂຄງການລົງທຶນ; 2) ເພື່ອສຸມໃສ່ການປະເມີນ ແລະ ສ້າງຄວາມສາ ມາດກ່ຽວກັບການໝູນໃຊ້ຂອບການປ້ອງກັນສິ່ງແວດລ້ອມ ແລະ ສັງຄົມ (ESF) ເຂົາໃນການກະກຽມໂຄງການຄຸ້ມຄອງສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ (EWMP) ແລະ ໂຄງການຄຸ້ມຄອງພູມີທັດ ແລະ ການປັບປຸງຊີວິດການເປັນຢູ່ (3L); 3) ເພື່ອເຊື່ອມສານບົດບາດຍິງຊາຍເຂົ້າໃນການຈັດຕັ້ງປະຕິບັດຂອບການປ້ອງກັນສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການລົງທຶນ.
7) ໂຄງການທີ່ 7: ໂຄງການຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳປຸຍແບບມີສ່ວນຮ່ວມກັບຊຸມຊົນ, ຈັດຕັ້ງປະຕິບັດໂດຍ: ກອງຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳປຸຍ (ກປຊ.ນປ), ພະແນກກະສິກຳປ່າໄມ້ ແຂວງໄຊຍະບູລີ, ກະຊວງກະສິກໍາ ແລະ ປ່າໄມ້, ມູນຄ່າໂຄງການ: 505,000,000 ກີບ (ຫ້າຮ້ອຍຫ້າລ້ານກີບຖ້ວນ) ໄລຍະຈັດຕັ້ງປະຕິບັດໂຄງການ: 3 ປີ.
ຈຸດປະສົງຂອງໂຄງການ: ເພື່ອສ້າງ 5 ບ້ານເປົ້າໝາຍເປັນຕົວແບບໃນການຄຸ້ມຄອງ, ອານຸລັກ ແລະ ປົກປັກຮັກສາປ່າສະຫງວນແຫ່ງຊາດນ້ຳປຸຍແບບມີສ່ວນຮ່ວມຈາກປະຊາຊົນ.
8) ໂຄງການທີ່ 8: ໂຄງການສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ສ້າງຖານຂໍ້ມູນອາຊະຍາກໍາ ໃນການປົກປັກຮັກສາສັງຄົມ ແລະ ສິ່ງແວດລ້ອມ, ຈັດຕັ້ງປະຕິບັດໂດຍ: ພະແນກສະກັດກັ້ນຕ້ານກໍ່ການຮ້າຍ-ອາຊະຍາກຳທາງຄອມພິວເຕີ, ກົມຕໍາຫຼວດສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ, ມູນຄ່າໂຄງການ: 1.790.560.000 ກີບ (ໜຶ່ງຕື້ເຈັດຮ້ອຍເກົ້າສິບລ້ານຫ້າແສນຫົກສິບພັນກີບຖ້ວນ), ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ.
ຈຸດປະສົງໂຄງການ: ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເຈົ້າໜ້າທີ່ຕໍາຫຼວດສືບ ສວນ-ສອບສວນ ທົ່ວປະເທດ ມີຄວາມເຂັ້ມແຂງ ແລະ ມີຖານຂໍ້ມູນອາຊະຍາກໍາ ໃນການແກ້ໄຂບັນຫາທາງສັງຄົມ ແລະ ສິ່ງແວດລ້ອມ.
9) ໂຄງການທີ່ 9: ໂຄງການສ້າງຈິດສໍານຶກ ດ້ານການປົກປັກຮັກສາສິ່ງແວດລ້ອມ ໃຫ້ກົມກອງທະຫານທົ່ວກອງທັບປະຊາຊົນລາວ ໄລຍະທີ 3, ຈັດຕັ້ງປະຕິບັດໂດຍ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ກະຊວງປ້ອງກັນປະເທດ, ມູນຄ່າໂຄງການ: 350,000,000 ກີບ ( ສາມຮ້ອຍຫ້າສິບລ້ານກີບຖ້ວນ), ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ.
ຈຸດປະສົງໂຄງການ: ເພື່ອຜັນຂະຫຍາຍຍຸດທະສາດສິ່ງແວດລ້ອມແຫ່ງຊາດດ້ານການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ໃຫ້ດັດປັບເຂົ້າກັບແຜນຍຸດທະສາດດ້ານການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມກະຊວງປ້ອງກັນປະເທດ.
10) ໂຄງການທີ່ 10: ໂຄງການ ຂຽວ ສະອາດ ງາມຕາ ແລະ ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານ ພຊສ ແຂວງ ຫຼວງນໍ້າທາ,ຈັດຕັ້ງປະຕິບັດໂດຍ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງນໍ້າທາ, ມູນຄ່າໂຄງງກນ: 300,000,000 ກີບ (ສາມຮ້ອຍລ້ານກີບຖ້ວນ) ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ.
ຈຸດປະສົງໂຄງການ: ເພື່ອໃຫ້ຕົວເມືອງ, ຊຸມຊົນ ແລະ ໂຮງຮຽນ ເປັນເມືອງທີ່ສວຍງາມ ແລະ ຂຽວ ສະອາດ ງາມຕາ, ພະນັກງານມີຄວາມເຂັ້ມແຂງດ້ານວຽກງານສິ່ງແວດລ້ອມ.
11) ໂຄງການທີ່ 11: ໂຄງການ ຂຽວ ສະອາດ ງາມຕາ ແລະ ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານ ຫຊສ ເມືອງນາແລ ແຂວງ ຫຼວງນໍ້າທາ, ຈັດຕັ້ງປະຕິບັດໂດຍ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງນໍ້າທາ, ມູນຄ່າໂຄງການ: 295,000,000 ກີບ (ສອງຮ້ອຍເກົ້າສິບຫ້າລ້ານກີບຖ້ວນ), ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ.
ຈຸດປະສົງໂຄງການ: : ເພື່ອໃຫ້ຕົວເມືອງ, ຊຸມຊົນ ແລະ ໂຮງຮຽນ ເປັນເມືອງທີ່ສວຍງາມ ແລະ ຂຽວ ສະອາດ ງາມຕາ, ພະນັກງານມີຄວາມເຂັ້ມແຂງດ້ານວຽກງານສິ່ງແວດລ້ອມ.
[robo-gallery id=7911]