ກອງປະຊຸມສະໄໝສາມັນ ຄັ້ງທີ X ສະພາບໍລິຫານກອງທຶນປົກປັກຮັກສາສິ່ງແວດລ້ອມ

Aug 8, 2023 | ຂ່າວສານ

ກອງປະຊຸມສະໄໝສາມັນ ຄັ້ງທີ X ຂອງ ສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດຂຶ້ນໃນ ວັນທີ 21 ກໍລະກົດ 2023, ທີ່ ຫ້ອງປະຊຸມຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະທານສະພາບໍລິຫານ ກປສ, ມີ ທ່ານ ພູວົງ ຫຼວງໄຊຊະນະ, ຮອງລັດຖະມົນຕີ ກຊສ, ຮອງປະທານ ສະພາບໍລິຫານ ກປສ,  ບັນດາຮອງລັດຖະມົນຕີ ແລະ ທຽບເທົ່າ ເຊິ່ງເປັນສະມາຊິກ ສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ຄະນະວິຊາການ, ຫົວໜ້າກົມ ເຂົ້າຮ່ວມ ທັງໝົດ 21 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອຮັບຟັງລາຍງານ ແລະ ປະກອບຄໍາເຫັນເພີ່ມເຕີມ ເພື່ອຮັບຮອງທາງດ້ານຫຼັກການ,​ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງ ຫກປສ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 6 ເດືອນທ້າຍ ປີ2023, ປຶກສາຫາລືລາຍງານການເກັບພັນທະສິ່ງແວດລ້ອມ, ຄະນະວິຊາການ ກປສ ສະເໜີຜ່ານບົດສະເໜີໂຄງການທີ່ນໍາໃຊ້ທຶນພາຍໃນ 3 ໂຄງການ ແລະ ລາຍງານຄວາມຄືບໜ້າ ບັນດາໂຄງການຈໍານວນໜຶ່ງ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ.