ກອງປະຊຸມປຶກສາຫາລື ກ່ຽວກັບແຜນການຂໍຖອນງົບປະມານຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ຄຸ້ມຄອງອ່າງຮັບນໍ້າ ໃນ 06 ເດືອນທ້າຍປີ 2023 ໃນວັນທີ 17 ຕຸລາ 2023 ທີ່ຫ້ອງການ ກປສ (ແບບອອນລາຍ)

Oct 18, 2023 | ຂ່າວສານ

ຕອນເຊົ້າ ວັນທີ 17 ຕຸລາ 2023, ຫ້ງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນການຂໍອະນຸມັດງົບປະມານຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ຳ ໃນ 06 ເດືອນທ້າຍປີ 2023, ໂດຍການເປັນຂອງ ທ່ານ ບົວຄຳ ສຸລິວັນ ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ໃຫ້ກຽດເຂົ້າຮ່ວມ ທ່ານ ປອ ບຸນທະວີ ຫົວໜ້າກົມຊັບພະຍາກອນນ້ຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ປອ ບຸນພາມາ ໂພທິສານ ຮອງຫົວໜ້າ ຫ້ອງການ ກປສ, ພ້ອມດ້ວຍ ຫົວໜ້າພະແນກຊັບ, ຮອງພະແນກຊັບແຂວງ ຫ້ອງການຊັບເມຶອງ ແລະ ວິຊາການທີ່ກ່ຽວຂ້ອງ ລວມທັງໝົດ….ທ່ານ

  • ທົບທວນຄືນຂໍ້ຕົກລົງ ວ່າດວຍການຄຸ້ມຄອງງົບປະມານຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ຄຸ້ມຄອງອ່າງຮັບນໍ້າ ສະບັບເລກທີ 095/ກຊສ, ລົງວັນທີ 16 ພຶດສະພາ 2023.
  • ທົບທວບຄືນຂໍ້ຕົກລົງວ່າດ້ວຍການຈັດສັນງົບປະມານຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ຄຸ້ມຄອງອ່າງຮັບນໍ້າ ໃຫ້ບັນດາພາກສ່ວນກ່ຽວ ຂ້ອງ ສະບັບເລກທີ 2271/ກຊສ, ລົງວັນທີ 18 ສິງຫາ 2023,

ທົບທວນຄືນແຜນຈັດສັນງົບປະມານຕິດຕາມກວດ ກາວິຊາການດ້ານສິ່ງແວດລ້ອມ ແລະ ຄຸ້ມຄອງອ່າງຮັບນໍ້າ ໃຫ້ ພຊສ ແຂວງ 17 ແຂວງ, ນະຄອນຫຼວງ ຫ້ອງການ ຊສມ ຈໍານວນ 145ເມືອງ ແລະ 3 ນະຄອນ ໃນ 6 ເດືອນທ້າຍປີ 2023.