ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບແນວຄວາມຄິດໂຄງການຄຸ້ມຄອງອ່າງຮັບນ້ຳ

Nov 9, 2023 | ຂ່າວສານ

 

ຕອນເຊົ້າວັນທີ 31 ຕຸລາ 2023,​ ທີ່ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,​ ເມືອງຄູນ ແຂວງຊຽງຂວາງ. ກອງປະຊຸມປຶກສາຫາລື  ແລະ ແລກປ່ຽນບົດຮຽນ ກ່ຽວກັບແນວຄວາມຄິດໂຄງການຄຸ້ມຄອງອ່າງຮັບນ້ຳ ແບບປະສົມປະສານໃນເຂດທີ່ດິນບໍລິເວນນ້ຳ, ໂດຍການເປັນປະທານຮ່ວມຂອງ ທ່ານ ວຽງພອນ ເມືອງຈະເລີນ ເຈົ້າເມືອງເມືອງຄູນ ແຂວງຊຽງຂວາງ, ທ່ານ ນາງ ບົວຄຳ ສຸລິວັນ ຫົວໜ້າຫ້ອງການ ກປສ, ພ້ອມດ້ວຍ​ ຄະນະຫ້ອງການ ກປສ ແລະ ຕາງໜ້າຈາກ ກົມຊັບພະຍາກອນນ້ຳ,​ ກົມແຜນການ ແລະ ການເງິນ ກຊສ, ​ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຄູນ, ກອງກວດກາປ່າໄມ້ ພະແນກກະສິກຳປ່າໄມ້ແຂວງ, ກຸ່ມເຂດງານເມືອງຄູນ ແຂວງຊຽງຂວາງ ປະກອບມີບ້ານ ​ ນາຍບ້ານຊຳກວ້າງ, ນາດີ, ພູວຽງຊຽງໃໝ່, ບ້ານນາຮອນ ແລະ ບ້ານຢ່ຽນ, ຫລັງຈາກນັ້ນທີມງານ ທັງໜົດໄດ້ລົງເບິ່ງພື້ນທີ່ຂອບເຂດ ໝອງຊຳກວ້າງ ແລະ ໜອງຫຍ້າ.