ກອງປະຊຸມຄະນະວິຊາການ ຂອງທຶກປົກປັກຮັກສາສິ່ງແວດລ້ອມ ຄັ້ງທີ່ 29

Dec 12, 2023 | ຂ່າວສານ

ໃນວັນທີ 29 ພະຈິກ 2023  ເວລາ 08:30 ໂມງ, ທີ່ຫ້ອງປະຊຸມ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ໂດຍການ​ເປັນ​ປະທານ​ຂອງ ທ່ານ ນ. ພັກກາວັນ ພິດສະໄໝ ຫົວໜ້າກົມແຜນການ ແລະ ການເງິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຮອງຫົວໜ້າຄະນະວິຊາການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ເຂົ້າຮ່ວມກອງປະຊຸມມີຄະນະວິຊາການ, ວິຊາການ ຫກປສ ແລະ ພາກສ່ວນສະເໜີຂໍນໍາໃຊ້ທຶນ (ເຂົ້າຮ່ວມຜ່ານລະບົບອອນລາຍ)

ຈາກນັ້ນກໍ່ໄດ້ປືກສາຫາລືລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຮັບທຶນ ຈາກ ພາຍໃນ ແລະ ສາກົນ 6 ທ້າຍປີ 2023 ແລະ ແຜນວຽກຈຸດສຸມປະຈໍາໄຕມາດ I ປີ 2024, ກອງປະຊຸມໃນຄັ້ງນີ້ ໄດ້ພິຈາລະນາຄົ້ນຄວ້າ ບົດສະເໜີໂຄງການທີ່ສະເໜີຂໍນໍາໃຊ້ທຶນພາຍໃນ ກປສ ຈໍານວນ 7 ໂຄງການ  ໃນນີ້ 5 ໂຄງການເຫັນດີຮັບຮອງດ້ານຫລັກການ ແລະ 2 ໂຄງການສະເໜີໃຫ້ປັບປຸງ ເພື່ອແນໃສ່ເຮັດໃຫ້ ການສະໜອງທຶນສອດຄ່ອງຕາມນະໂຍບາຍການສະໜອງທຶນຂອງ ກປສ ໂດຍສະເພາະການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ.