ກອງປະຊຸມສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໄໝສາມັນ ຄັ້ງທີ XI

Feb 6, 2024 | ຂ່າວສານ

ໃນຕອນເຊົ້າຂອງວັນທີ 31 ມັງກອນ ຜ່ານມາ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກອງປະຊຸມສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໄໝສາມັນ ຄັ້ງທີ XI ທີ່ຫ້ອງປະຊຸມ ກປສ. ໂດຍການເປັນປະທານ ຂອງ ທ່ານ ປອ ນາງ ບຸນຄຳ ວໍລະຈິດ ປະທານສະພາບໍລິຫານ ກອງທຶນປັກປັກຮັກສາສິ່ງແວດລ້ອມ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ເຂົ້າຮ່ວມກອງປະຊຸມປະກອບມີ ຮອງປະທານ ສະພາບໍລິຫານ, ຄະນະກຳມະການສະພາບໍລິຫານ , ກົມທີ່ດິນ ແລະ  ຄະນະຫ້ອງການກອງທຶນປັກປັກຮັກສາສິ່ງແວດລ້ອມ, ເຂົ້າຮ່ວມທັງໝົດ 12 ທ່ານ.

ຈຸດປະສົງ ຂອງກອງປະຊຸມ ໃນຄັ້ງນີ້ ແມ່ນເພື່ອຮັບຟັງ ການລາຍງານຄວາມຄຶບໜ້າການຈັດຕັ້ງຜົນ ຂອງ ກອງປະຊຸມສະພາບໍລິຫານກອງທຶນປົກປັກຮັກສາສິ່ງແວດລ້ອມ ຄັ້ງທີX ຜ່ານມາ, ລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ແຜນການ ປີ 2024 ພ້ອມທັງ ພິຈາລະນາບັນດາວຽກງານສໍາຄັນທີ່ຕິດພັນກັບ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ວຽກງານອື່ນ ທີ່ກ່ຽວຂ້ອງຕາມສິດ ແລະ ໜ້າທີ່ ຂອງສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ.

ທ່ານ ນາງ ບົວຄຳ ສຸລິວັນ ຫົວໜ້າຫ້ອງການ ກປສ ລາຍງານຄວາມຄຶບໜ້າການຈັດຕັ້ງຜົນ ຂອງ ກອງປະຊຸມສະພາບໍລິຫານກອງທຶນປົກປັກຮັກສາສິ່ງແວດລ້ອມ ຄັ້ງທີ X ຜ່ານມາ, ລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ແຜນການ ປີ 2024, ນອກນັັ້ນ, ກໍຈະໄດ້ຄົ້ນຄວາພິຈາລະນາຮັບຮອງໂຄງການທີິ່ສະເໜີຂໍນາໃຊ້ທຶນພາຍໃນ ຂອງ ກປສ ຈໍານວນ 5 ໂຄງການ ທີິ່ຈະສະເໜີ ນໍາໃຊ້ທຶນພາຍໃນຂອງ ກປສ; ທ່ານ ປອ ນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການລາຍງານຜົນການຄົ້ນຄວ້າຄືນພາລະບົດບາດ, ໂອກາດໃນການສ້າງຄວາມເຂັ້ມແຂງໃຫ້ ກປສ ເພື່ອຊອກຫາແຫຼ່ງທຶນ ພາຍໃນ ແລະ ສາກົນ, ລາຍງານຄວາມຄຶບໜ້າ ການຈັດຕັ້ງປະຕິບັດໂຄງການ ທີໄດ້ຮັບທຶນຈາກ ກປສ (ພາຍໃນ ແລະ ສາກົນ), ແລະ  ທ່ານ ຄິດລາໄຊ ກອກມີລາ ຮອງຫົວໜ້າກົມທີ່ດິນ ລາຍງານຄວາມຄຶບໜ້າການຈັດຕັ້ງປະຕິບັດ”ໂຄງການສ້າງຄວາມເຂັ້ມແຂງ ເພື່ອຂຶ້ນທະບຽນອອກໃບຕາດິນເປັນລະບົບ.

ໃກ້ຊິດກັບຄູ່ຮ່ວມງານ (ທະນາຄານໂລກ, ກຊສ ແລະ ຍທຂ) ໃນການຈັດຕັ້ງປະຕິບັດໂຄງການ ໃໝ່ (EWMI), ສືບຕໍ່ຮ່ວມມື ກັບກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ (GCF) ເພື່ອສະ    ເໜີຂໍທຶນໂຄງການຂະໜາດນ້ອຍ. ປະຈຸບັນມີໂຄງການທີ່ກຳລັງຈັດຕັ້ງປະຕິບັດຕົວຈິງ ຈຳນວນ 43 ໂຄງການ ໄດ້ອະນຸມັດແຜນງົບປະມານປະຈຳປີ 2023 ທັງໝົດ ຈຳນວນ 37 ໂຄງການ, ອະນຸມັດແຜນຈັດຊື້-ຈັດຈ້າງ 13 ໂຄງການ, ສຳເລັດການກວດກາສະເໜີໂຄງການໃໝ່ ທີ່ຂໍທຶນນຳ ກປສ ຈຳນວນ 4 ໂຄງການ ຊຶ່ງໄດ້ຖຶກຮັບຮອງທາງດ້ານຫຼັກການ ແລະ ກຽມສະເໜີຕໍ່ສະພາບໍລິຫານ ກປສ ເພື່ອພິຈາລະນາອະນຸມັດ, ລົງຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດວຽກງານຂອງໂຄງການຍ່ອຍ ຈຳນວນ 9 ໂຄງການ, ໄດ້ຕິດຕາມທວງທຶນ ແລະ ດອກເບ້ຍ ໂຄງການເງິນກູ້ທີ່ຍັງຄ້າງຊຳລະທັງໝົດ ຈຳນວນ 11 ໂຄງການ ຊຶ່ງສາມາດເກັບຕົ້ນທຶນ ແລະ ດອກເບ້ຍໄດ້ 5 ໂຄງການ, ມີ 6 ໂຄງການ ທີ່ບໍ່ຊຳລະ ທັງຕົ້ນທຶນ ແລະ ດອກເບ້ຍ, ໄດ້ດຳເນິນມາດຕະການ 3 ໂຄງການ ມີ 1 ໂຄງການ ໄດ້ສະເໜີເຂົ້າຂະບວນການຍຸຕິທຳ ຊຶ່ງສານຕັດສິນໃຫ້ຂາຍຊັບສິນ ເພື່ອໃຊ້ໜີ້ຄືນ ສຳລັບ 2 ໂຄງການ ຢູ່ຂັ້ນຕອນການໄກ່ເກ່ຍຄືນໃນຂັ້ນບ້ານ ແລະ ກະກຽມສະເໜີເຂົ້າຂະບວນການຍຸຕິທຳ, ໄດ້ລົງຊຸກຍູ້ຕິດຕາມໂຄງການເງິນກູ້1 ໂຄງການ ພ້ອມທັງລາຍງານຜົນການຊຸກຍູ້ໃຫ້ກອງປະຊຸມສະພາ ກປສ ຮັບຊາບ ຊຶ່ງກອງປະຊຸມໄດ້ເຫັນດີຕໍ່ສັນຍາການຊຳລະໃຫ້ຮອດປີ 2025.

ຜົນຂອງກອງປະຊຸມ ໄດ້ປະກອບຄຳເຫັນຈາກຄະນະກຳມະການສະພາບໍລິຫານ ຕໍ່ກັບົບາຍລາຍງານ ແລະ ມີຄຳເຫັນໃຫ້ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມປັບປຸງຄືນບາງຈຸດທີ່ຍັງບໍ່ທັນລະອຽດ, ແລະ ການສະເໝີຂອງກົມທີ່ດິນກໍ່ໃຫ້ປັບປຸງອັນໃດຈະໃຫ້ທາງ ສະພາບໍລິຫານພິຈາລະນາກໍ່ໃຫ້ແຍກເປັນອັນລະອຽດ, ນອກຈາກນັ້ນ ກອງປະຊຸມສະພາບໍລິຫານ ໄດ້ໃຫ້ຄຳເຫັນຕໍ່ການສະໝອງ 5 ໂຄງການ  ເຫັນດີ ສະໝອງທຶນ ແລະ ໃນການແກ້ໄຂບັນຫາສິ່ງແວດລ້ອມ ໃຫ້ເປັນຮູບປະທຳ ແລະ ໃຫ້ຊ່ວຍພື້ນທີ່ຍັງເຫັນວ່າສະພາບແວດລ້ອມ, ຄວາມສະອາດຍັງບໍ່ທັນໄດ້ດີ ແລະ ມີຜົນກະທົບ ໃຫ້ລົງຊຸກຍູ້ຕື່ມ. ກອງປະຊຸມສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມໃນຄັ້ງນີ້ກໍ່ໄດ້ຮັບຜົນສຳເລັດ ແລະ ໄດ້ພິຈາລະນາຫລາຍ ຕາມຂໍ້ສະເໝີ ແລະ ໄດ້ປິດລົງ ດວ້ຍຜົນສຳເລັດອັນຈົບງາມ.