ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດຝຶກອົບຮົມກ່ຽວກັບ ການຄຸ້ມຄອງໂຄງການ, ຄຸ້ມຄອງການເງີນ ແລະ ຄຸ້ມຄອງຈັດຊື້-ຈັດຈ້າງ ໃຫ້ແກ່ 8 ໂຄງການ

Aug 13, 2024 | ຂ່າວສານ

ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດຝຶກອົບຮົມກ່ຽວກັບ ການຄຸ້ມຄອງໂຄງການ, ຄຸ້ມຄອງການເງີນ ແລະ ຄຸ້ມຄອງຈັດຊື້-ຈັດຈ້າງ ໃຫ້ແກ່ 8 ໂຄງການທີ່ໄດ້ຮັບທຶນຈາກ ກປສ

ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດຝຶກອົບຮົມກ່ຽວກັບ ການຄຸ້ມຄອງໂຄງການ, ຄຸ້ມຄອງການເງີນ ແລະ ຄຸ້ມຄອງຈັດຊື້-ຈັດຈ້າງ ໃຫ້ແກ່ 8 ໂຄງການທີ່ໄດ້ຮັບທຶນຈາກ ກປສ ຂຶ້ນໃນວັນທີ 5-7 ສິງຫາ 2024 ເປັນເວລາ 3 ວັນ ທີ່ຫ້ອງປະຊຸມ ສະຫະພັນແມ່ຍິງ ແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ນາງ ບົວຄຳ ສຸລິວັນ ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ,  ການຝຶກອົບຮົມຄັ້ງນີ້ມີຜູ້ຕາງໝ້າ ຈາກ 8ໂຄງການຄື: ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງອັດຕະປື, ພຊສ ແຂວງສາລະວັນ, ພຊສ ແຂວງບໍລິຄຳໄຊ, ພຊສ ແຂວງສະຫວັນນະເຂດ, ພະແນກອຸດສາຫະກຳ  ແລະ ການຄ້າ ແຂວງຄຳມ່ວນ, ສະຫະພັນກຳມະບານ ແຂວງຈຳປາສັກ, ພະແນກກະສິກຳ ແລະ ປ່າໄມ້ ແຂວງ ສາລະວັນ, ພະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປື, ລວມຈຳນວນຜູ້ເຂົ້າຮ່ວມທັງໝົດ 52 ທ່ານ, ຍິງ 27 ທ່ານ (ລວມທັງທີມງານ ກປສ).

ທ່ານ ນາງ ບົວຄຳ ສຸລິວັນ ຫົວໜ້າຫ້ອງການ ກປສ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ສະແດງຄວາມຊົມເຊີຍ ຕໍ່ການເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ ຂອງທຸກພາກສ່ວນ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນຂອງຊຸດຝຶກອົບຮົມໃນຄັ້ງນີ້. ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈ ໃສ່ຮັບຟັງໃນແຕ່ລະຫົວຂໍ້ຂອງການຝຶກອົບຮົມ ເຊິ່ງຈະໃຫ້ເຂົ້າໃຈ ບັນດາຄູ່ມືທີ່ໄດ້ຮັບການປັບປຸງໃໝ່ເຊັ່ນ: ຄູ່ມືລວມ, ຄູ່ມືຈັດຕັ້ງປະຕິບັດໂຄງການ, ຄູ່ມືການເງິນ, ຄູ່ມືຈັດຊື້-ຈັດຈ້າງ ແລະ ຄູ່ມືຕິດຕາມ ແລະ ປະເມີນຜົນໂຄງການ ແລະ ເອົາໃຈໃສ່ໃນການປະຕິບັດຕົວຈິງໃນເວລາຄົ້ນຄ້ວາເປັນກຸ່ມໃນການຝຶກປະຕິບັດຕົວຈິງ ຂັ້ນຕອນປະກອບ ເອກະສານ ຂຶ້ນແຜນຂໍຄ່ຽນເງິນ, ສະຫຼຸບລາຍງານການໃຊ້ຈ່າຍ, ການຕິດຕາມ ຄວາມຄືບໝ້າ, ການລາຍງານ ຈັດຕັ້ງປະຕິບັດໂຄງການ ແລະ ການປະກອບເອກະສານຈັດຊື້-ຈັດຈ້າງ, ໃນການຝຶກອົບຮົມຄັ້ງນີ້ຍັງໄດ້ມີການປະເມີນຄວາມຮັບຮູ້ ແລະ ເຂົ້າໃຈຂອງຜູ້ເຂົ້າຮ່ວມຝຶກອົບຮົມ ພ້ອມທັງການມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນທຸກທ່ານ ເພື່ອເປັນຢັ້ງຢືນເຖິງຜົນສຳເລັດ.