ຢ້ຽມຢາມອະນຸສອນສະຖານ

Dec 22, 2020 | ຂ່າວສານ

ໃນວັນທີ 16 ຕຸລາ 2020 ຄະນະໜ່ວຍພັກ ແລະ ສະມາຊິກພັກ ໜ່ວຍພັກພະແນກບັນຊີ ພ້ອມດ້ວຍ 3 ອົງການຈັດຕັ້ງມະຊົນ ຂອງ ຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ນຳໂດຍ ສະຫາຍ ນາງ ມະໄລທອງ ແກ້ວໂຍທີ, ຮອງເລຂາໜ່ວຍພັກ ພະແນກບັນຊີ ພ້ອມດ້ວຍຄະນະ ແລະ ສະມາຊິກ ລວມທັງຫມົດຈຳນວນ 38 ຄົນ ຍິງ 25 ຄົນ ໄດ້ເຂົ້າຢ້ຽມຢາມ ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັັນ, ທີ່ບ້ານ​ສະ­ພານ​ທອງ​ເໜືອ ເມືອງ​ສີ​ສັດ­ຕະ​ນາກ ນະຄອນ­ຫຼວງ​ວຽງ​ຈັນ ເພື່ອ​ສຶກ​ສາ​ຄົ້ນ­ຄວ້າ​ຮ່ຳ­ຮຽນ ເອົາ​ແບບ­ຢ່າງ​ອັນ​ປະ­ເສີດ​ເລີດ​ລ້ຳ ແລະ ການ​ດຳ­ລົງ​ຊີ­ວິດ​ທີ່​ປອດ​ໃສ ຂາວ​ສະ­ອາດ​ຂອງ​ເພິ່ນ​ເຂົ້າ​ໄປ​ໝູນ​ໃຊ້​ໃນ​ວຽກ​ງານ.

ທ່ານ ໜູຮັກ ພູມສະຫວັນ ແມ່ນ​ຜູ້­ນຳ​ການ​ປະ­ຕິ­ວັດ​ລາວ​ຮຸ່ນ​ທຳ​ອິດ​ຂອງ​ພັກ ຜູ້­ນຳ​ທີ່​ແສນ​ເຄົາ­ລົບ​ຮັກ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ຕະ­ຫຼອດ​ຊີ­ວິດ​ຂອງ​ເພີ່ນ ໄດ້​ທຸ່ມ​ເທ​ໝົດ​ກຳ­ລັງ­ວັງ­ຊາ ສະ­ຕິ​ປັນ­ຍາ​ອຸ­ທິດ​ໃຫ້​ພາ­ລະ­ກິດ​ຕໍ່­ສູ້​ປົດ​ປ່ອຍ​ຊາດ ເພື່ອ​ຄວາມ​ເປັນ​ເອ­ກະ­ລາດ ແລະ ອິດ­ສະ­ຫຼະ­ພາບ​ຂອງ​ຊາດ ອຸ­ທິດ​ໃຫ້​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ປະ­ເທດ​ຊາດ ເພື່ອ​ຄວາມ​ສົມ­ບູນ​ພູນ​ສຸກ​ຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ ຄຸນ­ງາມ­ຄວາມ­ດີ ແລະ ຜົນ­ງານ​ອັນ​ໃຫຍ່​ຫຼວງ ທີ່​ເພິ່ນ​ໄດ້​ສ້າງ​ໄວ້­ໜ້າ​ປະ­ຫວັດ­ສາດ​ຂອງ​ຊາດ​ລາວ​ວີ­ລະ​ຊົນ ແມ່ນ​ບໍ່​ມີ​ສິ່ງ​ໃດ​ຈະ​ປຽບ­ປານ.

[robo-gallery id=7429]