ກອງປະຊຸມຄະນະວິຊາການ ຄັ້ງທີ3

Dec 22, 2020 | ຂ່າວສານ

ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດກອງປະຊຸມຄະນະວິຊາການ ຄັ້ງທີ3, ໃນວັນທີ 10 ທັນວາ 2020 ທີ່ຫ້ອງປະຊຸມກອງທຶນປົກປັກຮັກສາສິ່ງແວດລ້ອມ ເຊິ່ງໄດ້ປະຊຸມຄະນະວິຊາການ ແຕ່ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດອັກເສບປອດ (COVID 19) ຈຶ່ງມີບາງໄຕມາດພວກເຮົາບໍ່ສາມາດຈັດກອງປະຊຸມໄດ້. ສະນັ້ນ, ພວກເຮົາ ຈຶ່ງໄດ້ຈັດກອງປະຊຸມ ໂດຍໄດ້ນໍາໃຊ້ລະບົບອອນລາຍນໍາບັນດາໂຄງການ ທີ່ສະເໜີຂໍນໍາໃຊ້ທຶນ ໂດຍສະເພາະບັນດາແຂວງທີ່ມີເງື່ອນໄຂກໍ່ໄດ້ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ຈັດຂຶ້ນໃນໄລຍະທ້າຍຂອງໄຕມາດ 4 ເຊິ່ງໃນໄລຍະນີ້ ບັນດາໂຄງການຕ່າງໆ ທີ່ໄດ້ຮັບທຶນຈາກ ກປສ ຜ່ານມາແມ່ນພວມຂຸ້ນຂຽວ ແລະຮີບຮ້ອນຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ເພື່ອໃຫ້ບັນລຸຄາດໝາຍ ທີ່ກໍານົດໄວ້. ມີບາງໂຄງການກໍ່ຮອດກໍານົດສິ້ນສຸດໄລຍະເວລາໂຄງການໃນທ້າຍປີນີ້ ແລະກະກຽມສັງລວມຂໍ້ມູນ ເພື່ອສະຫລຸບລາຍງານຜົນໄດ້ຮັບໂຄງການ ແລະການເບີກຈ່າຍງົບປະມານກ່ອນປິດໂຄງການເປັນທາງການ; ມີບາງໂຄງການກໍ່ສະເໜີສືບຕໍ່ຈັດປະຕິບັດກິດຈະກໍາໂຄງການ ຫລັງປີ 2020 ໃນບ້ວງທຶນພາຍໃນ ກປສ ແລະ ບ້ວງທຶນໂຄງການສິ່ງແວດລ້ອມ ແລະສັງຄົມໄລຍະ 2 (ຄສລ2).

ກອງປະຊຸມຄະນະວິຊາການ ໃນຄັ້ງນີ້ 1) ຈະໄດ້ຮັບຟັງການລາຍງານການເຄື່ອນໄຫວ ແລະຜົນການຈັດ ຕັ້ງປະຕິບັດວຽກງານຂອງໂຄງການຕ່າງໆ ທີ່ໄດ້ຮັບທຶນຈາກ ກປສ ແລະ ຄສລ2 ໃນໄຕມາດຜ່ານມາ ແລະແຜນວຽກຈຸດສຸມຕໍ່ໜ້າ; 2) ຄົ້ນຄວາພິຈາລະນາບົດສະເໜີໂຄງການ ຈາກ 4 ພາກສ່ວນ; ມີ 5 ໂຄງການທີ່ສະເໜີໃຫມ່ ແມ່ນຂໍບ້ວງທຶນພາຍໃນ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

  1. ໂຄງ​ການຄຸ້ມ​ຄອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ນ້ຳ​ປຸຍແບບມີສ່ວນ​ຮ່ວມ​​ກັບຊຸມ​ຊົນ, ພະແນກກະສິກຳ ແລະ ປ່າ ໄມ້, ແຂວງໄຊຍະບູລີ, ກະຊວງກະສິກໍາ ແລະ ປ່າໄມ້;
  2. ໂຄງການສ້າງຄວາມເຂັ້ມແຂງ ໃຫ້ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ສ້າງຖານຂໍ້ມູນອາຊະຍາກໍາ ໃນການປົກປັກຮັກສາສັງຄົມ ແລະ ສິ່ງແວດລ້ອມ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ;
  3. ໂຄງການສ້າງຈິດສໍານຶກ ດ້ານການປົກປັກຮັກສາສິ່ງແວດລ້ອມ ໃຫ້ກົມກອງທະຫານ ທົ່ວກອງທັບປະຊາ ຊົນລາວ ໄລຍະ 3, ພະແນກວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກົມວິທະຍາສາດປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດ;
  4. ໂຄງການ ຂຽວ ສະອາດ ງາມຕາ ແລະ ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງນໍ້າທາ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
  5. ໂຄງການ ຂຽວ ສະອາດ ງາມຕາ ແລະ ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ນາແລ, ແຂວງ ຫຼວງນໍ້າທາ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

ເນື່ອງຈາກຄັ້ງນີ້ ມີຫລາຍພາກສ່ວນສົນໃຈສະເໜີຂໍທຶນ ມາຫາ ກປສ ຊຶ່ງລົງເລິກໃນຫລາຍຂົງເຂດ ຂອງຮ່ວງທຶນ ເປັນຕົ້ນ: ຮ່ວງທຶນນະໂຍບາຍ ແລະສ້າງຄວາມເຂັ້ມແຂງ, ຮ່ວງທຶນຊີວະນາໆພັນ, ຮ່ວງທຶນຄຸ້ມຄອງຊັບພະຍາກອນນ້ຳແບບຍືນຍົງ ແລະຮ່ວງທຶນຄຸ້ມຄອງທີ່ດິນແບບຍືນຍົງ ແລະ ມີຄໍາເຫັນທາງດ້ານວິຊາການຢ່າງກົງໄປກົງມາ ຕໍ່ກັບບົດສະເໜີເຫລົ່ານັ້ນ ເພື່ອໃຫ້ມີຄວາມເປັນເອກະພາບສູງ ດ້ານຫລັກການໃນການພິຈາລະນາໂຄງການຕ່າງໆ ເພື່ອຮັບປະກັນໃຫ້ບັນດາໂຄງການທີ່ໄດ້ຮັບທຶນ, ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະສອດຄ່ອງກັບຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແວດລ້ອມ ໄປຕາມທິດສີຂຽວ ແລະຍືນຍົງ.

[robo-gallery id=7529]