ກອງປະຊຸມສະຫຼຸບປິດໂຄງການ

Mar 28, 2021 | ຂ່າວສານ

ກອງປະຊຸມ ສະຫຼຸບປິດໂຄງການສ້າງຄວາມເຂັ້ມແຂງໃນການບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າທີ່ກອງກວດກາປ່າໄມ້ແຂວງຄໍາມ່ວນ ໄດ້ຈັດຂື້ນໃນວັນທີ 23 ມີນາ 2021 ໂດຍການເຂົ້າຮ່ວມເປັນປະທານຮ່ວມ ຂອງ ທ່ານ ສຸກັນ ອິນທະນູຮັກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ, ທ່ານ ປອ ຄໍາເຝືອ ສິລິວົງ ແລະ ທ່ານ ນາງ ພັກກາວັນ ພິດສະໄໝ ວ່າການຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງຄື: ບັນດາຂະແໜງປ່າໄມ້ແຂວງ, ກອງຄຸ້ມຄອງອຸທິຍານ, ກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນແຂວງ ແລະ ຄະນະປະສານງາານ P-WEN ຈາກຫຼາຍພາກສ່ວນ ລວມທັງໝົດ ຈໍານວນ 42 ຄົນ ຍິງ 9 ຄົນ.
ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີ (2015-2021) ຜ່ານມາ ຊຶ່ງໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນທຶນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ. ສຳລັບການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການໃນໄລຍະຜ່ານມາແມ່ນໄດ້ຮັບຜົນສຳເລັດໄປຕາມທີ່ແຜນທີ່ວາງໄວ້ໃນບົດສະເໜີໂຄງການໂດຍອີງໃສ່ແຜນດຳເນີນງານ ແລະ ກົນໄກການຈັດປະຕິບັດ ຊຶ່ງມີຜົນສໍາເລັດດັ່ງລຸ່ມນີ້:
1. ສໍາເລັດສ້າງຕັ້ງ ຄະນະປະສານງານຂັ້ນແຂວງ (P-WEN) 1 ຄະນະ ແລະ ຂັ້ນເມືອງ D-WEN 10 ຄະນະຂຶ້ນຢ່າງເປັນທາງການ;
2. ສໍາເລັດສ້າງຄູ່ມືດໍາເນີນງານໃຫ້ແກ່ຄະນະປະສານງານ ສະບັບເລກທີ 1185/ກປຂ, ລົງວັນທີ 15 ກັນຍາ 2020;
3. ສ້າງສູນບໍາບັດສັດທີ່ກອງກວດກາປ່າໄມ້ໄດ້ 1 ແຫ່ງຊຶ່ງສໍາເລັດໃນ ປີ 2018;
4. ລົງກວດກາລາດຕະເວນຢ່າງເຂັ້ມງວດໂດຍສະເພາະແມ່ນເລັ່ງໃສ່ເຂດຫຼໍ່ແຫຼມ ແລະ ເຂດຊາຍແດນ ໂດຍການຮ່ວມມືລະຫວ່າງທີມງານຂັ້ນແຂວງ ແລະ ທີມງານຂັ້ນເມືອງ;
5. ຈັດສັນງົບປະມານໃຫ້ 10 ເມືອງ ເມືອງລະ 2,000 ໂດລາສະຫະລັດ ໃນ ປີ 2020 ເພື່ອປະກອບສ່ວນເຂົ້າໃນການກວດກາລາດຕະເວນ ແລະ ການເຜີຍແຜ່ກົດໝາຍໃຫ້ຖີ່ຂຶ້ນ ແລະ ທົ່ວເຖິງ;
6. ຊອກຫາເບາະແສຂອງຜູ້ມີສ່ວນກ່ຽວຂ້ອງ ໃນການລັກລອບຊື້-ຂາຍສັດນ້ຳ ແລະ ສັດປ່າທີ່ຜິດກົດໝາຍລວມໄດ້ທັງໝົດ 269 ຄົນ ໃນນັ້ນມີການຄ້າຂາຍສັດປ່າຂ້າມຊາດ 29 ຄົນ;
7. ເຈົ້າໜ້າທີ່ຂັ້ນແຂວງໄດ້ ປະສານສົມທົບກັບເຈົ້າໜ້າທີ່ປ່າໄມ້ຂັ້ນເມືອງ ໃນການລົງກວດກາຟາມສັດປ່າຢ່າງເປັນປົກກະຕິ ແລະ ຂຶ້ນທະບຽນສັດປ່າທີ່ນຳເຂົ້າມາໃໝ່ສາມາດຈັດຕັ້ງປະຕິບັດສໍເລັດ 20 ຄັ້ງ;
8. ທີມງານຂັ້ນແຂວງໄດ້ລົງຕິດຕາມ ແລະ ລົງຊຸກຍູ້ບັນດາ 10 ຕົວເມືອງ ສາມາດຈັດຕັ້ງປະຕິບັດສໍເລັດລວມທັງໝົດໄດ້ 57 ຄັ້ງ.
[robo-gallery id=7810]