ລົງຕິດຕາມຜົນການຈັດຕັ້ງປະຕິບັດວຽກງານ ກປສ

Apr 1, 2021 | ຂ່າວສານ

ໃນຕອນເຊົ້າ ຂອງວັນທີ 24 ມີນາ 2021, ທີ່ຫ້ອງປະຊຸມ ກອງຄຸ້ມຄອງ ອຸທິຍານແຫ່ງຊາດ ນາກາຍ ນໍ້າເທີນ ກອງປະຊຸມການລົງຕິດຕາມຜົນການຈັດຕັ້ງປະຕິບັດວຽກງານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ຂອງ ກອງຄຸ້ມຄອງ ອຸທິຍານແຫ່ງຊາດ ນາກາຍ ນໍ້າເທີນ, ພາຍໃຕ້ການເປັນປະທານຂອງ ທ່ານ ສະຫວັນ ຈັນທະກຸມມານ ຫົວໜ້າ ກອງຄຸ້ມຄອງ ອຸທິຍານແຫ່ງຊາດ ນາກາຍ ນໍ້າເທີນ ພ້ອມດ້ວຍ ທ່ານ ນາງ ພັກກາວັນ ພິດສະໄໝ, ວ່າການຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ຫົວໜ້າກອງ,ຄະນະກອງ, ຫົວໜ້າໜ່ວຍງານ ທີ່ໄດ້ຮັບທຶນຈາກໂຄງການ ຄສລ2 ພ້ອມທັງຜູ້ປະສານງານຈາກໂຄງການຍ່ອຍ ຕະຫຼອດຮອດພະນັກງານວິຊາການ ກອງຄຸ້ມຄອງ ອຸທິຍານແຫ່ງຊາດ ນາກາຍ ນໍ້າເທີນເຂົ້າຮ່ວມ ກອງປະຊຸມໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 15 ທ່ານ ຍິງ 4 ທ່ານ ຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ.
ແລະ ໃນຕອນບ່າຍ ທ່ານ ສະຫັວນ ຈັນທະກຸມມານ ຫົວໜ້າ ກອງຄຸ້ມຄອງ ອຸທິຍານແຫ່ງຊາດ ນາກາຍ – ນໍ້າເທີນ ແລະ ທ່ານ ນາງ ພັກກາວັນ ພິດສະໄໝ, ວ່າການຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ລົງຊຸກຍູ້ຕິດຕາມຢ້ຽມຢາມຜົນການເຄື່ອນໄຫວວຽກງານ ກອງທຶນພັດທະນາເພື່ອການອະນຸລັກ ຢູ່ພື້ນທີ່ຕົວຈິງທີ່ບ້ານ ໂພນສະອາດ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ການລົງຕິດຕາມວຽກງານຳກອງທຶນໃນຄັ້ງນີ້ ມີບັນດາຫົວໜ້າກອງ, ຄະນະຊີ້ນຳເຂດ, ຜູ້ປະສານງານເມືອງ, ຫົວໜ້າໜ່ວຍງານ, ອຳນາດການປົກຄອງບ້ານ, ຄະນະກອງທຶນບ້ານ ຕະຫຼອດຮອດພະນັກງານວິຊາການ ກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ພ້ອມດ້ວຍສະມາຊິກກອງທຶນພັດທະນາບ້ານ ເພື່ອການອະນຸລັກບ້ານ ໂພນສະອາດເຂົ້າຮ່ວມຢ່າງພ້ອມພຽງ ກອງທຶນໃນຄັ້ງນີ້ມີຈຳນວນຜູ້ເຂົ້າຮ່ວມໃນຄັ້ງນີ້ ຈຳນວນ 57 ທ່ານ ຍິງ 19 ທ່ານ.
ນອກນັ້ນຍັງໄດ້ລົງພື້ນທີ່ການຜະລິດກະສິກຳກໍ່ຄືການ ລ້ຽງສັດໃຫ່ຍ ຂອງກຸ່ມຊາວບ້ານທີ່ໄດ້ຮັບທຶນຈາກ ກອງທຶນພັດທະນາເພື່ອການອະນຸລັກຂອງບ້ານ ໃນການລົງຢ້ຽມຢາມໃນຄັ້ງນີ້ ທ່ານ ນາງ ພັກກາວັນ ພິດສະໄໝ, ວ່າການຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ຍັງໄດ້ເນັ້ນໃສ່ການຜະລິດກະສິກຳແບບປະສົມປະສານ ໂດຍຕັ້ງເປັນກຸ່ມຜະລິດກະສິກຳປູກຝັງ ລ້ຽງສັດເພື່ອເປັນຕົວແບບ ແລະ ສົ່ງເສີມທາງດ້ານການສ້າງລາຍຮັບໃຫ້ແກ່ກຸ່ມສະຫະພັນແມ່ຍິງບ້ານ ຈັດຕັ້ງເປັນກຸ່ມຫັດຖະກຳ, ໂດຍການຈັກສານ, ການຕໍ່າແຜ່ນ ລວມທັງການແປຮູບຜະລິດຕະພັນຈາກກະສິກຳເພື່ອເປັນ ສິນຄ້າເອກະລັກສະເພາະຖິ່ນເພື່ອອອກສູ່ຕະຫຼາດ.
ການລົງຢ້ຽມຢາມກອງທຶນບ້ານໃນຄັ້ງນີ້ ທ່ານ ສະຫວັນ ຈັນທະກຸມມານ ຫົວໜ້າ ກອງຄຸ້ມຄອງ ອຸທິຍານແຫ່ງຊາດ ນາກາຍ ນໍ້າເທີນ ຍັງໄດ້ກ່າວຄຳຍ້ອງຍໍຊົມເຊີຍ ເລຂາກູ່ມທົ່ງແສນກໍ່ຄື ຄະນະຊີ້ນຳເຂດ, ຄະນະກອງທຶນພັດທະນາບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ທີ່ມີຜົນງານເອົາໃຈໃສ່ ໃນການຈັດຕັ້ງປະຕິບັດວຽກງານກອງທຶນໃນໄລຍະຜ່ານມາ ພ້ອມທັງໃຫ້ທິດຊີ້ນຳກ່ຽວກັບວຽກງານກອງທຶນ ເພື່ອໃຫ້ມີຄວາມຍືນຍົງ ໂດຍອິງໃສ່ພື້ນຖານ ແລະ ເງື່ອນໄຂຄວາມເໝາະສົມຂອງພື້ນທີ່ໃນການຜະລິດແບບປະສົມປະສານ ພ້ອມນັ້ນຍັງໄດ້ສະແດງຄຳຂອບໃຈຕໍ່ຜູ້ສະໜັບສະໜູນດ້ານງົບປະມານ ຕະຫຼອດຮອດອຳນາດການປົກຄອງຂອງບ້ານ ແລະ ປະຊາຊົນທີ່ມີສ່ວນຮ່ວມ ໃນການສ້າງລາຍຮັບສົ່ງເສີມທາງດ້ານອາຊີບເພື່ອເປັນບ້ານແບບຢ່າງໃນການອະນຸລັກ ພ້ອມທັງເປັນເຈົ້າການໃນການອະນຸລັກ ຊັບພະຍາກອນທຳມະຊາດໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ.
[robo-gallery id=7857]