ພິທີມອບ-ຮັບ ພາຫະນະລົດຈັກ ຈຳນວນ 51 ຄັນ

Apr 11, 2022 | ຂ່າວສານ

ໃນຕອນເຊົ້າຂອງວັນທີ 1 ເມສາ 2022 ທີ່ຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດພິທີ ມອບ-ຮັບ ພາຫະນະລົດຈັກ ຈຳນວນ 51 ຄັນ ຂອງໂຄງການ ຈັັດຕັ້ງປະຕິບັດ ການຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL) ຕາງໜ້າມອບໂດຍ ທ່ານ ນາງ ພັກກາວັນ ພິດສະໄຫມ, ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ຕາງໜ້າຮັບໂດຍ ທ່ານ ຄຳແສນ ອຸ່ນຄຳ, ຮອງຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້.

ສຳລັບພະຫະນະລົດຈັກ ຈຳນວນ 51 ຄັນ ຫກປສ ໄດ້ປະຕິບັດ ການປະມູນແບບເປີດກວ້າງ ອີງຕາມມລະບຽບການຈັດຊື້-ຈັດຈ້າງ ຂອງ ຫກປສ ແລະ ກົດລະບຽບຂອງ GIZ ຊຶ່ງພາຍຫຼັງມອບ-ຮັບແລ້ວຈະໄດ້ແຈກຢາຍໃຫ້ພາກສ່ວນທີ່ໄດ້ຮັບທຶນຈາກ I-GFLL ຊຶ່ງມີລາຍລະອຽດດັ່ງນີ້:

  • ມອບໃຫ້ ຫກປສ ຈໍານວນ 1 ຄັນ
  • ແຂວງຫົວພັນ ຈຳນວນ 23 ຄັນ: ໃນນີ້ມອບໃຫ້ ຫ້ອງການປ່າໄມ້ເມືອງ ຈຳນວນ 17 ຄັນ, ຫ້ອງການຊັບພະຍາກອນສິ່ງແວດລ້ອມ ຈຳນວນ 1 ຄັນ, ປ່າສະຫງວນແຫ່ງຊາດນໍ້າແອດ ພູເລີຍ ຈຳນວນ 2 ຄັນ ແລະ ປ່າສະຫງວນແຫ່ງຊາດນໍ້າຊໍາ ຈຳນວນ 3 ຄັນ
  • ແຂວງໄຊຍະບູລີ ຈຳນວນ 15 ຄັນ: ໃນນີ້ມອບໃຫ້ ຫ້ອງການປ່າໄມ້ເມືອງ ຈຳນວນ 11 ຄັນ, ຫ້ອງການຊັບພະຍາກອນສິ່ງແວດລ້ອມ ຈຳນວນ 1 ຄັນ ແລະ ປ່າສະຫງວນແຫ່ງຊາດນໍ້າຜຸຍ ຈຳນວນ 3 ຄັນ.
  • ແຂວງຫຼວງພະບາງ ຈຳນວນ 12 ຄັນ: ໃນນີ້ມອບໃຫ້ ຫ້ອງການປ່າໄມ້ເມືອງ ຈຳນວນ 11 ຄັນ, ຫ້ອງການຊັບພະຍາກອນສິ່ງແວດລ້ອມ ຈຳນວນ 1 ຄັນ.