ກອງປະຊຸມສະໄໝສາມັນ ຄັ້ງທີ VIII ຂອງສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ

Apr 11, 2022 | ຂ່າວສານ

ກອງປະຊຸມສະໄໝສາມັນ ຄັ້ງທີ VIII ຂອງສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດຂຶ້ນໃນ ວັນທີ 5 ເມສາ 2022, ທີ່ຫ້ອງປະຊຸມໂຮງແຮມລາວພລາຊາ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະທານສະພາບໍລິຫານ ກປສ ພ້ອມດ້ວຍ ຮອງປະທານ, ຄະນະກໍາມະການ ຂອງ ສະພາບໍລິຫານ ກປສ, ຫົວໜ້າຄະນະວິຊາການ, ຫົວໜ້າ ແລະ ຮອງຫົວໜ້າກອງເລຂາ ແລະ ບັນດາຜູ້ສັງເກດການຈາກກົມກອງທີ່ກ່ຽວຂ້ອງ ລວມທັງໝົດ 17 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອລາຍງານ ລາຍງານບົດສະຫຼຸບການເຄື່ອນໄຫວວຽກງານ ຂອງ ຫກປສ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022, ລາຍງານຄວາມຄືບໜ້າການກະກຽມໂຄງການໃໝ່ (EWMP), ຜ່ານຮ່າງຄູ່ມືການຄຸ້ມຄອງການເງິນ ຂອງ ກປສ, ຜ່ານຮ່າງຄູ່ມືນະໂຍບາຍການສະໜອງທຶນ ຂອງ ກປສ; ລາຍງານຜົນການກວດສອບ ປີ 2021 ແລະ ຂໍ້ສະເໜີເພື່ອແກ້ໄຂຄຳເຫັນກວດສອບ, ຜ່ານຮ່າງຄູ່ມື ຕິດຕາມ ແລະ ປະເມີນຜົນໂຄງການ (M&E) ຂອງ ກປສ, ສະເໜີຜ່ານບົດສະເໜີໂຄງການທີ່ນໍາໃຊ້ທຶນພາຍໃນ ຈໍານວນ 2 ໂຄງການ ແລະ ສະເໜີ ກ່ຽວກັບ ໂຄງການສ້າງຄວາມເຂັ້ມແຂງເພື່ອຂື້ນທະບຽນ ອອກໃບຕາດິນເປັນລະບົບ.