ກອງປະຊຸມປະເມີນຜົນໄລຍະການ ໂຄງການ I-GFLL

May 17, 2022 | ຂ່າວສານ

ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2022, ທີ່ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ທ່ານ ປອ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງາການກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມດ້ວຍວິຊາການ ໂຄງການ I-GFLL ໄດ້ຕອນຮັບ ທ່ານ ນາງ ດຣ. ມາຕິນ່າ ຄຣາຍບ໌ (Martina Greib) ແລະ ທ່ານ ແອນໂທນີ ເດິ ວິລເດິ (Anthony de Wilde), ຊ່ຽວຊານ ຈາກອົງການ GIZ ທີ່ໄດ້ມາປຶກສາຫາລືຮ່ວມກັບຫ້ອງການກອງທຶນ ໃນໂອກາດການປະເມີນຜົນໂຄງການ I-GFLL ໄລຍະກາງ.