ກອງປະຊຸມ ຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດໂຄງການສ້າງຄວາມສາມາດໃນການຄຸ້ມຄອງປ່າສະຫງວນ/ປ່າປ້ອງກັນ ແລະ ການອະນຸລັກສັດປ່າ ຂອງກົມປ່າໄມ້

May 17, 2022 | ຂ່າວສານ

ກອງປະຊຸມ ຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດໂຄງການສ້າງຄວາມສາມາດໃນການຄຸ້ມຄອງປ່າສະຫງວນ/ປ່າປ້ອງກັນ ແລະ ການອະນຸລັກສັດປ່າ ຂອງກົມປ່າໄມ້

********************************************

ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2022. ທ່ານ ປອ. ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ທ່ານ ວຽງແກ້ວ ເພັດນະວົງໄຊ, ຊ່ຽວຊານອາວຸໂສດ້ານສິ່ງແວດລ້ອມ, ຫົວໜ້າທີມງານ ຄສລ2 ຂອງທະນາຄານໂລກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມ ຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການສ້າງຄວາມສາມາດໃນການຄຸ້ມຄອງປ່າສະຫງວນ/ປ່າປ້ອງກັນ ແລະ ການອະນຸລັກສັດປ່າ ທີ່ຫ້ອງປະຊຸມກົມປ່າໄມ້ ໂດຍການເປັນປະທານຂອງທ່ານ ປອ. ສົມຫວັງ ພິມມະວົງ, ຮອງຫົວໜ້າກົມປ່າໄມ້ ເຊິ່ງມີີກົມກອງທີ່ກ່ຽວຂ້ອງເຂ້ົາຮ່ວມ ລວມທັງໝົດ 16 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອລາຍງານຜົນການຈັດຕັ້ງປະຕິບັດໂຄງການ, ການນຳໃຊ້ງົບປະມານ, ຕີລາຄາ, ປຶກສາຫາລືບັນຫາທ້າທາຍ ລວມທັງແຜນວຽກບຸລິມະສິດ ແລະ ທິດທາງຕໍ່ໜ້າ.