ກອງປະຊຸມຄະນະວິຊາການເພື່ອລາຍງານຄວາມຄືບໜ້າ ຄສລ2 ແລະ ຜ່ານບົດສະເໜີໂຄງການທີ່ໄດ້ຮັບທຶນຈາກ ກປສ

Dec 25, 2018 | ຂ່າວສານ

ໃນວັນທີ 21 ທັນວາ 2018 ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກອງປະຊຸມຄະນະວິຊາການ ທີ່ໂຮງແຮມວຽງຈັນພາຊ່າ, ນະຄອນຫຼວງວຽງຈັນ, ໂດຍອີງຕາມແຜນຈັດຕັ້ງປະຕິບັດປະຈໍາປີ ເຊິ່ງວ່າຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານຄວາມຄືບໜ້າ ໂຄງການ ຄສລ2 ໃນໄລຍະ 6 ເດືອນທ້າຍປີ 2018, ປຶກສາຫາລືຂໍ້ຄົງຄ້າງຕ່າງໆ ແລະ ແຜນການຕໍ່ໜ້າ ພ້ອມກັນນັ້ນແມ່ນຜ່ານບົດສະເໜີໂຄງການທີ່ໄດ້ຮັບທຶນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ປອ ໄຊນະຄອນ ອິນທະວົງ,  ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫົວໜ້າຄະນະວິຊາການສໍາລັບໂຄງກາານ ຄສລ2 ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ  ທີີີີ່ເປັນຄະນະວິຊາການ ຄສລ 2, ຕາງໜ້າຈາກໂຄງການທີ່ສະເໜີຂໍທຶນ ແລະ ລວມໄປເຖິງຄະນະນໍາ ແລະ ພະນັກງານວິຊາການ ຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ ລວມທັງໝົດມີ 38 ທ່ານ.

ສໍາລັບລາຍລະອຽດໂຄງການທີ່ພິຈາາລະນາໃນກອງປະຊຸມ ມີ 2 ໂຄງການດັ່ງນີ້:

  1. ໂຄງການຄຸ້ມຄອງການນໍາໃຊ້ສານເຄມີໃນວຽກງານອຸດສາຫະກໍາປຸງແຕ່ງ, ພະແນກກະສິກໍາ ແລະ ການຄ້າ, ແຂວງຄໍາມ່ວນ;
  2. ໂຄງການສ້າງສະໜາມຂີ້ເຫຍື້ອ ແລະ ທາງຂື້ນຂຸມຂີ້ເຫຍື້ອ, ເມືອງເຟືອງ ແຂວງວຽງຈັນ.

ການພິຈາລະນາໂຄງການທີ່ຈະນໍາໃຊ້ທຶນ ກປສ ແມ່ນເປັນໄປຕາມແບບຟອມ ແລະ ພາກສ່ວນທີ່ກ່ຽວຂ້ອງຈະຕ້ອງໄດ້ກະກຽມບົດສະເໜີໂຄງການແບບຄົບຊຸດ, ການຕັດສິນໂຄງການທີ່ຈະໄດ້ຮັບທຶນຈາກ ກປສ ແມ່ນນັບຈາກການລົງຄະແນນສຽງ ຂອງຄະນະກໍາມະການ ທີ່ເຫັນດີເປັນເອກະພາບ ແລະ ນໍາສະເໜີເພື່ອຂໍອະນຸມັດໃນຂັ້ນຕໍ່ໄປ, ໂຄງການທັງໝົດທີ່ໄດ້ຮັບທຶນຈາກ ກປສ ແມ່ນແນ່ໃສ່ເພື່ອໄປແກ້ໄຂບັນຫາສິ່ງແວດລ້ອມ ແລະ ສ້າງຄວາມເຂັ້ນແຂງໃຫ້ກັບຈັດຕັ້ງປະຕິບັດກໍ່ຄືພາກສ່ວນທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບຈາກໂຄງກາານພັດທະນາຕ່າງໆ

[Best_Wordpress_Gallery id=”32″ gal_title=”211218″]