ກອງປະຊຸມຄັ້ງປະຖົມມະເລິກ ຂອງສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ຊຸດໃໝ່)

Jun 2, 2017 | Uncategorized @lo

ໃນຕອນບ່າຍວັນທີ 19 ພຶດສະພາ 2017 ກອງປະຊຸມຄັ້ງປະຖົມມະເລິກ ຂອງສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ຊຸດໃໝ່) ທີ່ຫ້ອງປະຊຸມ ກປສ, ນະຄອນຫຼວງວຽງຈັນ,ໃຫ້ກຽດເປັນປະທານໂດຍ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະທານສະພາບໍລິຫານ ກປສ ພ້ອມດ້ວຍ ຄະນະທ່ານ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສະຫະກໍາ ແລະ ການຄ້າ, ທ່ານຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ທ່ານ ຮອງສະຫະພັນແມ່ຍິງລາວ, ຄະນະກໍາມະການສະພາບໍລິຫານ ກປສ ພ້ອມດ້ວຍບັນດາກົມກອງທີ່ກ່ຽວຂ້ອງ ແລະ ພະນັກງານ ກປສ ລວມທັງໝົດ 20 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອສະເໜີຄູ່ມືບໍລິຫານເພື່ອຜັນຂະຫຍາຍດໍາລັດ ແລະ ຂໍອະນຸມັດ, ພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດໂຄງການ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງໃຫ້ກັບສະພາບໍລິຫານຊຸດໃໝ່ ຄື ຜ່ານບົດສະຫຼຸບປະຈໍາປີ 2015-2016 ແລະ ແຜນປີ 2017 ເພື່ອຂໍອະນຸມັດ, ສະເໜີ ປັບປຸງໂຄງປະກອບບຸກຄະລາກອນຂອງ ສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງກັບ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ລາຍງານຜົນການກວດສອບແຫ່ງລັດ ແລະ ກວດສອບ ພາຍນອກລາຍງານຜົນການປະເມີນໄລຍະກາງຂອງ ທະນາຄານ ໂລກ “ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2”, ລາຍງານຫຍໍ້ກ່ຽວກັບ ຮ່າງວິໃສທັດ 2030, ແຜນຍຸດທະສາດ 10 ປີ 2016-2020 ແລະ ແຜນ 5 ປີດ້ານທຸລະກິດ ກປສ, ຍຸດທະສາດການລະດົມທຶນ ແລະ ການສື່ສານ ແລະ ຄູ່ມືຄຸ້ມຄອງພະນັກງານ ກປສ. ກອງປະຊຸມຄັ້ງນີ້ມີຄວາມສໍາຄັນຍິ່ງຕໍ່ກັບ ກປສ ໃນການຈັດຕັ້ງປະຕິບັດ ແລະ ດໍາເນີນໂຄງການພາຍໃຕ້ທຶນທີ່ສະໜອງໃຫ້ເຊິ່ງລວມໂຄງການທີ່ໄດ້ຮັບທຶນ ຈາກ ກປສ ແລະ ຄສລ2.

[metaslider id=777]