ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ອນລົງເກັບກໍ້າຂໍ້ມູນເບື້ອງຕົ້ນ ກ່ຽວກັບແນວຄວາມຄິດໂຄງການຄຸ້ມຄອງອ່າງຮັບນ້ຳ ແບບປະສົມປະສານໃນເຂດທີ່ດິນບໍລິເວນນ້ຳ

Feb 6, 2024 | ຂ່າວສານ

ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ອນລົງເກັບກໍ້າຂໍ້ມູນເບື້ອງຕົ້ນ ກ່ຽວກັບແນວຄວາມຄິດໂຄງການຄຸ້ມຄອງອ່າງຮັບນ້ຳ ແບບປະສົມປະສານໃນເຂດທີ່ດິນບໍລິເວນນ້ຳ

ຕອນເຊົ້າວັນທີ 31 ຕຸລາ 2023, ທີ່ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເມືອງຄູນ ແຂວງຊຽງຂວາງ. ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບແນວຄວາມຄິດໂຄງການຄຸ້ມຄອງອ່າງຮັບນ້ຳ ແບບປະສົມປະສານໃນເຂດທີ່ດິນບໍລິເວນນ້ຳ, ໂດຍການເປັນປະທານຮ່ວມຂອງ ທ່ານ ວຽງພອນ ເມືອງຈະເລີນ ເຈົ້າເມືອງເມືອງຄູນ ແຂວງຊຽງຂວາງ, ທ່ານ ນາງ ບົວຄຳ ສຸລິວັນ ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ພ້ອມດ້ວຍ ຄະນະຫ້ອງການ ກປສ ແລະ ຕາງໜ້າຈາກ ກົມຊັບພະຍາກອນນ້ຳ, ກົມແຜນການ ແລະ ການເງິນ ກຊສ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຄູນ, ກອງກວດກາປ່າໄມ້ ພະແນກກະສິກຳປ່າໄມ້ແຂວງ, ກຸ່ມເຂດງານເມືອງຄູນ ແຂວງຊຽງຂວາງ ປະກອບມີບ້ານ ນາຍບ້ານຊຳກວ້າງ, ນາດີ, ພູວຽງຊຽງໃໝ່, ບ້ານນາຮອນ ແລະ ບ້ານຢ່ຽນ, ຫລັງຈາກນັ້ນທີມງານ ທັງໜົດໄດ້ລົງເບິ່ງພື້ນທີ່ຂອບເຂດ ໝອງຊຳກວ້າງ ແລະ ໜອງຫຍ້າ