ກອງປະຊຸມລິເລີ່ມການຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ2

Nov 15, 2018 | Uncategorized @lo, ຂ່າວສານ

ກອງປະຊຸມ ລິເລີ່ມການຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 (ຄສລ2)  ຂອງທີມງານທະນາຄານໂລກ ຄັ້ງວັນທີ 05 ພະຈິກ 2018 ທີ່ຫ້ອງປະຊຸມໂຮງແຮມລ້ານຊ້າງ ໂດຍການເປັນປະທານຂອງທ່ານ ຄໍາປະດິດ ຄໍາມູນເຮືອງ ຫົວໜ້າຫ້ອງການ ກປສ ແລະ ທ່ານ ສະຕີເຟັນ ດານໂຢ, ຊ່ຽວຊານອາວຸໂສ ດ້ານສິ່ງແວດລ້ອມ, ຕາງໜ້າທະນາຄານໂລກ ປະຈຳ ສປປ ລາວ  ເຊິ່ງມີຜູ້ເຂົ້າຮ່ວມຈາກຄະນະວິຊາການຂອງ ຄສລ2, ຄະນະຈາກທະນາຄານໂລກ, ຄະນະນໍາ ແລະ ພະນັກງານວິຊາການ ຂອງ ກປສ ແລະ ພ້ອມດ້ວຍ ບັນດາໂຄງການທີ່ໄດ້ຮັບທຶນຈາກ ຄສລ2  ລວມທັງໝົດມີ 60 ທ່ານ.ຈຸດປະສົງແມ່ນເພື່ອປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຮັບທຶນຈາກ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ຂອງທະນະຄານໂລກ.

[Best_Wordpress_Gallery id=”28″ gal_title=”kickoff21118″]