ກອງປະຊຸມສະຫຼຸບປິດໂຄງການສ້າງຈິດສໍານຶກດ້ານການປົກປັກຮັກສາສິ່ງແວດລ້ອມໃຫ້ກົມກອງທະຫານທົ່ວກອງທັບ ໄລຍະທີ II

Jul 30, 2018 | Uncategorized @lo, ຂ່າວສານ

ໃນວັນທີ 19 ກໍລະກົດ 2018 ກອງທຶນປົກປັກຮັກສິ່ງແວດລ້ອມ ( ກປສ) ໄດ້ຈັດກອງປະຊຸມສະຫຼຸບປິດໂຄງການສ້າງຈິດສໍານຶກດ້ານການປົກປັກຮັກສາສິ່ງແວດລ້ອມໃຫ້ກົມກອງທະຫານທົ່ວກອງທັບ ໄລຍະທີ II ທີ່ ກົມວິທະຍາສາດ-ປະຫວັດສາດການທະຫານ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ທ່ານ ພັ.ອ ສຸລິວັນ ແສງຈັນ ຮອງກົມວິທະຍາສາດ-ປະຫວັດສາດການທະຫານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດໂດຍກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດ, ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 28 ມັງກອນ 2016 ຈົນເຖິງ 19 ກໍລະກົດ 2018 ເຊິ່ງມີຄ່າລວມໂຄງການແມ່ນ 450 ລ້ານກີບ.ຜົນງານການເຄື່ອນໄຫວຂອງໂຄງການມີດັ່ງນີ້: ມີບັນດາເອກະສານ, ປ້າຍໂຄສະນາ, ແຜ່ນພັບກ່ຽວກັບສິ່ງແວດລ້ອມ ແລະ ອຸປະກອນການຂຽນແຈກຢາຍໃຫ້ແຂກເຂົ້າຮ່ວມກອງປະຊຸມສິ່ງແວດລ້ອມ ໃນແຕ່ລະຂົງເຂດດັ່ງກ່າວແມ່ນສາມາດບັນລຸຕາມເປົ້າໝາຍ ແລະ ແຜນທີ່ວາງໄວ້ ເຊິ່ງສາມາດສະຫຼຸບໄດ້ ການຈັດກອງປະຊຸມ 4 ຈຸດ ມີຜູ່ແທນເຂົ້າຮ່ວມປະຊຸມ ຈໍານວນ 592 ທ່ານ.ນອກຈາກນັ້ນຍັງມີບົດຮຽນທີ່ໄດ້ຮັບຈາກໂຄງການມີຄື:

  • ພະນັກງານຄຸ້ມຄອງໂຄງການ, ບໍລິຫານໂຄງການ ແລະ ພະນັກງານວິຊາການ ໄດ້ມີຄວາມຮູ້, ປະສົບການໃນການເຮັດວຽກຫຼາຍຂື້ນ, ຊໍານິຊໍານານໃນການຕິດຕໍ່ປະສານງານກັບພາກສ່ວນຕ່າງໆ
  • ມີການແລກປ່ຽນບົດຮຽນ ຄວາມຮູ້ປະສົບການດ້ານວຽກງານສິ່ງແວດລ້ອມ ຈາກບັນດາກົມກອງທີ່ເຂົ້າຮ່ວມກອງປະຊຸມເຊັ່ນ: ກອງບັນຊາການທະຫານແຂວງແຕ່ລະແຂວງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂອງແຂວງ, ກອງພົນ, ກອງພັນໃຫຍ່, ໂຮງຮຽນ, ໂຮງໝໍ, ໂຮງງານທະຫານ ແລະ ອື່ນໆ.

[Best_Wordpress_Gallery id=”22″ gal_title=”ສະຫຼຸບປິດໂຄງການ”]