ກອງປະຊຸມສະໄໝສາມັນ ຄັ້ງທີ V ຂອງສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ

May 22, 2020 | Uncategorized @lo, ຂ່າວສານ

ກອງປະຊຸມສະໄໝສາມັນ ຄັ້ງທີ V ຂອງສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 15 ພຶດສະພາ 2020 ກອງປະຊຸມໄດ້ດຳເນີນໂດຍຜ່ານລະບົບອອນລາຍ (Skype Business) ເພື່ອປ້ອງການການແຜ່ລະບາດຂອງພະຍາດ ອັກເສບປອດ Covid-19, ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະທານສະພາບໍລິຫານ ກປສ ພ້ອມດ້ວຍ ຮອງປະທານ, ຄະນະກໍາມະການ ຂອງ ສະພາບໍລິຫານ ກປສ ແລະ ບັນດາຜູ້ສັງເກດການຈາກກົມກອງທີ່ກ່ຽວຂ້ອງ  ລວມທັງໝົດ 11 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອລາຍງານຜົນການເຄື່ອນໄຫວ ປີ 2019 ແລະ ສະເໜີແຜນການຈັດຕັ້ງປະຕິບັດ ປີ 2020, ນຳສະເໜີແນວຄວາມທີ່ຈະກຳນົດເຂົ້າໃນແຜນ 5 ປີ ຄັ້ງທີ III ຂອງ ກປສ (2015-2021), ເພື່ອລາຍງານການແກ້ໄຂຜົນການກວດສອບ ປີ 2017 ແລະ ຜົນການກວດສອບ ປີ 2018, ລາຍງານຜົນການປະເມີນຊ່ອງວ່າງຂອງ ກປສ ເພື່ອກາຍເປັນອົງກອນທີ່ສາມາດເຂົ້າເຖິງທຶນ GCF ໂດຍກົງ ພ້ອມນັ້ນຍັງໄດ້ສະເໜີຜ່ານ 3 ໂຄງການທີ່ຂໍທຶນຈາກ ກປສ.

ຜ່ານການດໍາເນີນ ກອງປະຊຸມໄດ້ເຫັນດີ ດັ່ງນີ້:

  • ເຫັນດີຮັບຮອງດ້ານຫລັກການ ບົດສະຫຼຸບຜົນການເຄື່ອນໄຫວແຜນການ ປີ 2019 ແລະ ທິດທາງແຜນການປີ 2020;
  • ເຫັນດີຮັບຮອງດ້ານຫລັກການ ແນວຄວາມຄິດ ແຜນຜົນການເຄື່ອນໄຫວ 5 ປີ (2021-2025) ສ່ວນລາຍລະອຽດ ມອບໃຫ້ກອງເລຂານຳໄປຮ່າງ ແລະ ເອົາມາຜ່ານກອງປະຊຸມສະພາບໍລິຫານສະໄໝວິສາມັນ;
  • ມອບໃຫ້ ຫກປສ ຈັດຕັ້ງປະຕິບັດ ຄຳແນະນຳຜົນການກວດສອບພາຍໃນ ແລະ ພາຍນອກ ສໍາລັບປີ 2017 ແລະ 2018 ໃຫ້ຂາດຕົວ;
  • ເຫັນດີຮັບຮອງເອົາ 2 ໂຄງການ ທີ່ຂໍນໍາໃຊ້ທຶນຂອງ ກປສ ຄື: ໂຄງການແກ້ໄຂບັນຫາຂໍ້ຂັດແຍ່ງ ລະຫ່ວາງຄົນກັບຊ້າງປ່າ ແລະ ໂຄງການສ້າງສວນພຶກສາສາດທີ່ໂຮງຮຽນມັດທະຍົມສົມບູນ.

[Best_Wordpress_Gallery id=”75″ gal_title=”150520″]