ກິດຈະກຳການປຸກຈິດສຳນຶກການປົກປັກຮັກສາສິ່ງແວດລ້ອມ ທີ່ໂຮງຮຽນມັດທະຍົມຕອນຕົ້ນດອນສະຫວ່າງ ບ້ານດອນສະຫວ່າງ ເມືອງຫາດຊາຍຟອງ

Mar 4, 2020 | Uncategorized @lo, ຂ່າວສານ

ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໄດ້​ຈັດ​ກິດຈະກຳ​ປູກ​ຈິດ​ສຳນຶກ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໃຫ້​ນ້ອງ​ນັກຮຽນ ຢູ່​ໂຮງຮຽນ​ມັດທະຍົມຕອນຕົ້ນດອນສະຫວ່າງ ບ້ານດອນສະຫວ່າງ ເມືອງຫາດຊາຍຟອງ, ນະຄອນຫລວງ​ວຽງ​ຈັນ ​ໃນ​ວັນ​ທີ 28 ກຸມພາ 2020 ນີ້, ນໍາພາໂດຍ ​ທ່ານ ສີພັນດອນ ສີຫາວົງ, ຮັກສາການຫົວໜ້າ​ຫ້ອງການ​ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ທ່ານ ລຳເພັດ ຄໍາຄໍ້ຮົ່ມພັນ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຫາດຊາຍຟອງ, ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາເມືອງຫາດຊາຍຟອງ, ,  ທ່ານ ກອງແກ້ວ ວົງສາ ອຳນວຍການໂຮງຮຽນມັດທະຍົມຕອນຕົ້ນດອນສະຫວ່າງ, ພ້ອມ​ດ້ວຍ​ ນາຍບ້ານ, ຄະນະບ້ານດອນສະຫວ່າງ, ຄູອາຈານ,ນ້ອງ​ນັກຮຽນ ແລະ ພະນັກງານ ກອງທຶນປົກປັກຮັກສາສິ່ງແວດລ້ອມ.

ຈຸດປະສົງຂອງການຈັດກິດຈະກຳ​​ໃນ​ຄັ້ງ​ນີ້ ກໍ່ເພື່ອ​ແນ​ໃສ່ການ ປຸກຈິດສຳນຶກດ້ານສິ່ງແວດລ້ອມໃຫ້ທົ່ວສັງຄົມ ເປັນຕົ້ນຄົນລຸ້ນໝຸ່ມນ້ອຍເຍົາວະຊົນໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານ ຂຽວ ສະອາດ ງາມຕາ. ໃນໄລຍະສິບກວ່າປີຜ່ານມາ, ກອງທຶນປົກປັກຮັກສາສິ່ງແວດລ້ອມໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງ ໃຫ້ອົງການຈັດຕັ້ງທີ່ເຮັດວຽກປົກປັກຮັກສາສິ່ງແວດລ້ອມ ດ້ວຍການສະໜອງທຶນໃຫ້ 100 ກວ່າໂຄງການ ໃນນັ້ນລວມມີ ໂຄງການສະໜັບສະໜູນໂຮງຮຽນໃຫ້ກາຍເປັນໂຮງຮຽນສີຂຽວ, ໂຄງການປົກປັກຮັກສາປ່າສະຫງວນໃນທົ່ວປະເທດ ເພື່ອໃຫ້ມີປ່າປົກຫຸ້ມ 70% ແລະ ໂຄງການອື່ນໆ. ຄືພວກເຮົາຮັບຮູ້ແລ້ວວ່າ ນະໂຍບາຍ ຂຽວ ສະອາດ ງາມຕາແມ່ນ ໄດ້ລະບຸກ່ຽວກັບມາດຖານໂຮງຮຽນສີຂຽວດັ່ງນີ້: (1) ມີຕົ້ນໄມ້ ກວມ 20% ຂອງພື້ນທີ່, (2) ມີສວນດອກໄມ້ 1 ແຫ່ງຂື້ນໄປ, ໂຖດອກໄມ້ ຫຼື ເຕົ້າດອກໄມ້, ຫຼື ເດີ່ນກິລາ ແລະ ສວນຄົວຂອງໂຮງຮຽນ ໂດຍຈັດສັນເປັນລະບຽບຮຽບຮ້ອຍ ແລະ (3) ເປັນເຈົ້າການປະຢັດພະລັງງານ ແລະ ນຳໃຊ້ຊັບພະຍາກອນແບບມີປະສິດທິຜົນ ພ້ອມທັງມີລະບຽບຄຸ້ມຄອງ ແລະ ການຕິດຕາມກວດກາເປັນປົກກະຕິ.

ກິດຈະກຳໃນມືີ້ນີ້ແມ່ນໜື່ງໃນກິດຈະກຳ ທີ່ພວກເຮົາສະໜັບສະໜູນທາງດ້ານງົບປະມານ ພາຍໂຄງການສິ່ງແວດລ້ອມ ແລະ ສັງຄົມໄລຍະ 2 ໃນການເລັ່ງໃສ່ໂຄສະນາເຜີຍແຜ່ ແລະ ປຸກຈິດສຳນຶກ ກ່ຽວກັບບັນຫາສິ່ງແວດລ້ອມໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈ ໂດຍສະເພາະແມ່ນການຫ້າມຖິ້ມຂີ້ເຫຍື້ອຊະຊາຍ, ຈູດຂີ້ເຫຍື້ອ, ມົນລະພິດ, ການຕັດໄມ້ທຳລາຍປ່າ ແລະ ບັນຫາອື່ນໆ ທີ່ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ສິ່ງແວດລ້ອມ. ດັ່ງທີ່ພວກເຮົາພົບເຫັນໃນປະຈຸບັນ ມົນລະພິດທາງອາກາດ PM 2.5 ເຊິ່ງສາເຫດແມ່ນນ້ຳມືຂອງມະນຸດ ແລະ ມີຜົນກະທົບຕໍ່ສຸຂະພາບຂອງພວກເຮົາ.

ໃນ​ການ​ຈັດ​ກິດຈະກຳ​ໃນ​ຄັ້ງ​ນີ້, ໄດ້​ມີ​ຫລາຍ​ກິດຈະກຳທີ່​ໜ້າ​ສົນ​ໃຈ ​ເປັນ​ຕົ້ນ ການມອບອຸປະກອນການສຶກສາ ແລະ ກິລາ ຈຳນວນໜຶ່ງ ພ້ອມທັງສີທາອາຄານໂຮງຮຽນ ລວມມູນຄ່າ 8,000,000 ກີບ, ການ​ສະ​ແດງ​ລະຄອນ​ເວທີ ທີ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຜົນ​ຮ້າຍ-ຜົນ​ເສຍ ​ຂອງ​ການ​ຕັດ​ໄມ້​ທຳລາຍ​ປ່າ, ການ​ລ່າ​ສັດ,ຈູດຂີ້ເຫຍື້ອ, ມົນລະພິດ ລວມໄປເຖິງການທໍາລາຍສິ່ງແວດລ້ອມໃນສັງຄົມ ນອກນັ້ນຍັງໄດ້ມີການ ຖາມ​-ຕອບ​ຄຳ​ຖາມ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ອື່ນໆ. ​ເຊິ່ງເຮັດໃຫ້ນ້ອງ​ນັກຮຽນມີຄວາມຮັບຮູ້, ມີທັດສະນະຄະຕິທີ່ດີຕໍ່ສິ່ງແວດລ້ອມ ແລະ ຮູ້ຄຸນຄ່າຂອງສິ່ງແວດລ້ອມຫລາຍ​ຂຶ້ນ, ທັງ​ເປັນ​ເວທີ​ສະ​ແດງ​ຄວາມ​ສາມາດ, ກ້າ​ຄິດ, ກ້າສະ​ແດງ​ອອກ ຂອງ​ນ້ອງ​ນັກຮຽນ​ ອີກ​ດ້ວຍ.

[Best_Wordpress_Gallery id=”73″ gal_title=”2822020″]